ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສີ ຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 8 ນາທີ1 ຄັ້ງ
ທ່ານ ສີ ຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ ​ເປັນ​ເລ​ຂາ​ຄະ​ນະ​ພັກ ​ເຂດ​ນິງ​ເຕີ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫລວດ ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ ໄດ້​ສ່ອງ​ແສງ​ ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານ ຍຶດທີ່ດິນຫລວງປຸກສ້າງເຮືອນ ສ່ວນຕົວຢ່າງຜິດລະບຽບການ. ປາກົດການ​ສໍ້​ລາດ​ບັງ​ຫລວງທີ່​ເກີດ​ ຂຶ້ນ​ຢູ່​​ອ້ອມ​ໂຕ​ປະ​ຊ​າ​ຊົນ ​ແບບ​ນີ້​ ໄດ້​ກ່ຽວ​ຂ້ອງ​ກັບ ​ພະ​ນັກ​ງານ​ ເປັນ​ຈຳ​ນວນ​ຫລວງ​ຫລາຍ, ຫາກ​​ລົງ​ມື​ ກວດ​ກາລົງ​ວິ​ໄນ​ຈະແຕະ​ຕ້ອງຫລາຍ​ຄົນ, ແຕ່​ທ່ານ​ສີ​ ຈິ້ນ​ຜິງ​ ມີ​ທ່າ​ທີ ເດັດດ່ຽວ​ທີ່​ສຸດ. ເພິ່ນ​ໄດ້​ເຊີນ ​ທ່ານ ຈ່າງ​ຈິ່ງ​ສີ ຮອງ​ເລ​ຂາ​ຄະ​ນະ​ກວດ​ກາ​ພັກ​ເຂດ​ນິງ​ເຕີ ​ໃນ​ເວ​ລາ​ນັ້ນ​ມາ​ປຶກ​ສາ​ນຳ​ກັນ ໂດຍ​ໄດ້​ຕັ້ງ​ຄຳ​ຖາມ​ຂຶ້ນ 3 ຂໍ້: “ປະຊາຊົນມີຄວາມບໍ່ພໍໃຈຫລາຍ ຫລື ບໍ່?” ທ່ານ ຈ່າງຈິ່ງສີ ຕອບ​ຕາມ​ຄວາມ​ເປັນ​ຈິງວ່າ“ຫລາຍ”,“ມັນເປັນ ບັນຫາໃຫຍ່ທີ່ສຸດ ທີ່ກະທົບເຖິງຄວາມຫ້າວຫັນຂອງປະຊາຊົນ ໃນປັດຈຸບັນແມ່ນບໍ່?·” “ແມ່ນ”  “ປະ​ຊາ​ຊົນພວກເຮົາເກືອບ 3 ລ້ານຄົນນີ້ ສົມຄວນຖືກ ແຕະຕ້ອງ ຈິດ ໃຈ ຫລື ຄົນສອງສາມພັນຄົນ ທີ່ເຮັດຜິດເຫລົ່ານີ້ ສົມຄວນຖືກແຕະຕ້ອງຈິດໃຈ?”“ແນ່ນອນແລ້ວ ແຕະ ຕ້ອງຈິດໃຈ ຂອງສອງສາມພັນຄົນ ນັ້ນຈະດີກວ່າ”.ເດືອນ​ມັງ​ກອນ ​ປີ 1989, ໃນ​ກອງ​ປະ​ຊຸມ​ວຽກ​ງານ ​ຄະ​ນະ​ພັກ​ເຂດ​ນິງ​ເຕີ, ທ່ານ ສີ ​ຈິ້ນ​ຜິງ ໄດ້​ຊີ້​ໃຫ້​ເຫັນວ່າ: “ທີ່ນີ້ມີບັນຫາໜຶ່ງຄື ແມ່ນໃຜແຕະຕ້ອງໃຜ, ຫາກເຮົາຍຶດທີ່ດິນປຸກສ້າງ ຢ່າງຜິດລະບຽບວິໄນ ແລະ ກົດໝາຍ, ທຳລາຍຄວາມ​ສັກ​ສິດແລະ ພາບພົດຂອງພັກ ຍ້ອນຜົນ ປະໂຫຍດ ສ່ວນຕົວ, ກໍແມ່ນເຮົາເອງໄດ້ແຕະຕ້ອງຈິດໃຈຂອງພັກ, ແຕະຕ້ອງຈິດໃຈປະຊາຊົນ, ແຕະຕ້ອງລະບຽບວິໄນພັກ ແລະ ກົດໝາຍຂອງລັດ, ແຕ່ບໍ່ແມ່ນພະນັກງານທີ່ເປັນຕົວແທນ ໃຫ້ແກ່ ຜົນ ປະໂຫຍດຂອງພັກແລະ ປະຊາຊົນທີ່ໄປເຮັດວຽກກວດກາ ແລະ ລົງວິໄນນັ້ນ ໄດ້ແຕະຕ້ອງຈິດໃຈເຮົາ.”ຫລັງ​ຈາກ​ນັ້ນ​ມາ, ວຽກ​ງານກວດ​ກາ​ແລະ​ ລົງ​ວິ​ໄນ​ພະ​ນັກ​ງານ​ທີ່​ຍຶດ​ດິນ​ຫລວງ​ປຸກ​ສ້າງ ເຮືອນ​ຢ່າງ​ຜະ​ລິດ​ລະ​ບຽບ​ການ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງວ່ອງ​ໄວ, ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ ​ຈາກ​ປະ​ຊາ​ຊົນ​ທັງ​ຫລາຍ. ບັນ​ຫາ​ກ່ຽວ​ກັບ “ແມ່ນ​ໃຜ​ແຕະ​ຕ້ອງ​ໃຜ?” ມັນ​ເຫັນໄດ້​ຢ່າງ​ເດັ່ນ​ຊັດ​ທີ່​ສຸດ​ວ່າ ​ເປັນ​ບັນ​ຫາ​ທາງ​ການ​ເມືອງ ແລະ ບັນ​ຫາ​ກ່ຽວ​ກັບ​ ຄວາມ​ສັດ​ທາ​ຂອງ​ປ​ະ​ຊາ​ຊົນ​. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ​ດ້ວຍ​​ການ​ແບກ​ຫາບ​ພາ​ລະ​ກຳ​ ແລະຄວາມ​ຮັບ​ຜິດ​ຊອບ​ທີ່ “ເຖິງ​ຈະ​ແຕະຕ້ອງຄົນນັບຮ້ອຍນັບພັນ ແຕ່ຈະບໍ່ເຮັດໃຫ້ປະຊາຊົນ 1,4 ຕື້ຄົນ ຜິດຫວັງ”, ພັກ​ກອມ​ມູ​ນິດ​ຈີນ ​ໄດ້ໃຊ້ຢາແຮງເພື່ອປາບພະຍາດ ອັນໜັກ ໜ່ວງ,ຖື​ເອົາ​ການ​ຄຸ້ມ​ຄອງ​ພັກ​ ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ​ເປັນ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ​ແລະ ຫົວ​ຂໍ້​​ປະ​ຈຳ​ຂອງ​ພັກ ໂດຍ​ຈະ​ບໍ່​ຖອຍ​ຫລັງ​ແມ່ນ​ແຕ່​ກ້າວ​ດຽວ ແລະ ປະ​ຕິ​ບັດ​ຈົນ​ເຖິງ​ທີ່​ສຸດ. “​ແຕະຕ້ອງຄົນ ນັບຮ້ອຍນັບພັນ” ເປັນ​ການປະ​ກາດ​ຄວາມ​ຕັດ​ສິນ​ໃຈ. ການ​ສໍ້​ລາດ​ບັງ​ຫລວງ​ ຄືອຸ​ປະ​ສັກ​ກີດ​ຂວາງ​​ ຂະ​ບວນ​ການ​ພັດ​ທະ​ນາ​ ພາ​ລະ​ກິດ​ຂອງ​ພັກ​ແລະ ​ປະ​ເທດ​ຊາດ, ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ເປັນ​ການ​ຕໍ່​ສູ້ ທີ່ສຳ​ຄັນ​​ຮອບ​ໜຶ່ງ ​ທີ່ປະ​ລາ​ໄຊ​ບໍ່​​ໄດ້ ແລະ ​ບໍ່​ໃຫ້​​​ປະ​ລາ​ໄຊເດັດ​ຂາດ. ໃນເດືອນ​ຕຸ​ລາ ​ປີ 2025, ໃນ​ກອງ​ປະ​ຊຸມ​ ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20, ເມື່ອ​ກ່າວ​ເຖິງ​ການ​ດຳ​ເນີນ​ການ​ຕໍ່​ສູ້ ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ທ່ານ ສີ ​ຈິ້ນ​ຜິງ ໄດ້​ກ່າວ​ຢ່າງ​ເດັດ​ດ່ຽວ​ວ່າ: “ຕ້ອງ​ຮັກ​ສາ​ທ່ວງ​ທ່າ​ໃຊ້​ຄວາມ​ກົດ​ດັນ​​ສູງ ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ສະ​ເໝີ​ຕົ້ນ ​ສະ​ເໝີ​ປາຍ, ກວດ​ກາ​ ແລະ ​ສະ​ສາງ​ຄະ​ດີ ​ສໍ້​ລາດ​ບັງ​ຫລວງ​ ຕາມ​ລະ​ບຽບ​ກົດ​ໝາຍ, ລົງ​ໂທດ​ພວກ​ສໍ້​ລາດ​ບັງ​ຫລວງ ​ຢ່າງ​ເຂັ້ມ​ງວດ, ເຮັດ​ໄດ້​ເຖິງ​ຂັ້ນ ​ບໍ່​ຢຸດ​ພັກ​ແມ່ນ​ແຕ່​​ກ້າວ​ດຽວ ແລະ ບໍ່​ຜ່ອນ​ຜັນ​ ແມ່ນ​ແຕ່​ໜ້ອຍ​ດຽວ, ເດັດ​ຂາດ​ບໍ່​ໃຫ້​ພວກ​ສໍ້​ລາດ​ບັງ​ຫລວງ​ມີ​ບ່ອນ​ລີ້ຊ່ອນ, ບໍ່​ວ່າ​ຜູ້​ໃດ​ກໍ​ຢ່າ​ສູ່​ມີ​ຄວາມ​ປະ​ໝາດ ​ແລະ ​ຄວາມ​ເພີ້​ຝັນ.​”ຈາກ​ການ​ສ້າງ ​ແລະ​ ຈັດ​ຕັ້​ງ​ປະ​ຕິ​ບັດ​ກົດ​ເຫລັກ 8 ຂໍ້​ຂອງ​ສູນ​ກາງ​ພັກ ຮອດການ​​ໃຊ້​ຫລາຍ​​ມາດ​ຕະ​ການ ​ປາບ​ປາມ​ປຽບ​ເໝືອນ​ການ “ຕີ​ເສືອ” “ຕົບ​ແມງວັນ” ແລະ “​ໄລ່ລ່າ​ໝາ​ຈອກ” ​ໄປ​ພ້ອມ​ກັນ, ຈາກ​ການຊຸກຍູ້ ວຽກງານຕາມທິດ “ບໍ່ກ້າສໍ້ ລາດບັງຫລວງ, ບໍ່ສາມາດສໍ້ລາດບັງຫລວງແລະ ບໍ່ຢາກສໍ້ລາດບັງຫລວງ” ໄປພ້ອມກັນ​ຮອດ​ການກວດ​ກາ ​ແລະ ​ກຳ​ຈັດ​ແບບ​ແຜນ​ທີ່​ບໍ່​ດີ​ແລະ​ບັນ​ຫາ​​ສໍ້​ລາດ​ບັງ​ຫລວງ​ໄປ​ພ້ອມ​ກັນ…ນັບແຕ່ ກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອ ປີ 2012 ເປັນຕົ້ນມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ໄດ້​​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ ​ຮອບ​ດ້ານແບບ​ເດັດ​ດ່ຽວ​ ໜຽວ​ແໜ້ນ, ເຮັດ​ໃຫ້​​ແບບ​ແຜນ​ຂ​ອງ​ພັກ ​ແລະ​ແບບ​ແຜນ​ການ​ປົກ​ຄອງ ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃໝ່​ອ່ຽມ.ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 20 ໄດ້​ຈັດ​ຂຶ້ນ​ ລະ​ຫວ່າງວັນ​ທີ 26-29 ຕຸ​ລາ 2026, ເຊິ່ງໄດ້​ເຈາະ​ຈົງ​ຄົ້ນ​ຄວ້າ ພິຈາລະນາບັນ​ຫາ​​ ກ່ຽວ​ກັບການຍຶດໝັ້ນ ຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ. ຕໍ່​ກັບ​ບັນ​ຫາ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້ ​ໄດ້​ວາງ​ແຜນ​ຢ່າງ​ເປັນ​ລະ​ບົບ: “ຍຶດ​ໝັ້ນ​ຫຼັກ​ການ​ພື້ນ​ຖານແຫ່ງ​ຄວາມ​ເຂັ້ມ​ງວດ ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ”, “ດຳ​ເນີນ​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ ​ບັງ​ຫລວງ​ຈົນ​ເຖິງ​ທີ່​ສຸດ.” “ຕ້ອງ​ກຳ​ແໜ້ນ​ຂໍ​ກຸນ​ແຈ ​ສຳ​ຄັນ ດ້ານ​ລະ​ບຽບ​ການ​ຄວາມ​ຮັບ​ຜິດ​ຊອບ​ ການ​ຄຸ້ມ​ຄອງ​ພັກ”.ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ສີ​ ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ວ່າ: “ເມື່ອ​ຫັນ​ໜ້າ​ ສູ່​ອະ​ນາ​ຄົດ, ບໍ່​ວ່າ​ຈະ​ພົບ​ພໍ້​ກັບ ​ບັນ​ຫາ​ຫຍຸ້ງ​ຍາກ​ແບບ​ໃດ, ຈະ​ຜ່ານ​ຜ່າ​ການ​ທົດ​ສອບ​ ຈາກ​ຟ້າ​ຝົນ​ລົມ​ແຮງ​ຫລາຍ​ສ່ຳ​ໃດ, ພວກ​ເຮົາກໍ​ຕ້ອງ​ຮັກ​ສາ ​ຄວາມ​ໜັກ​ແໜ້ນ, ຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານ ​ແຕ່​ຕົ້ນ​ສະ​ຫລອດ​ປາຍ, ບໍ່​ໃຫ້​ມີ​ຄວາມ​ລັ່ງ​ເລ​ໃຈ ​ແລະ​ ບໍ່ທໍ້​ຖອຍ​ໃຈ​ແມ່ນ​ແຕ່​ໜ້ອຍ​ດຽວ.”“ບໍ່ເຮັດໃຫ້ປະຊາຊົນ 1.4 ຕື້ຄົນຜິດຫວັງ” ສ່ອງ​ແສງ​ເຖິງ​ຫຼັກ​ໝັ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ເດືອນ​ທັນ​ວາ​ ປີ 2014, ໂອ​ກາດທີ່ ​ທ່ານ​ສີ​ຈິ້ນ​ຜິງ ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​ນະ​ຄອນ​ເຈີ້ນ​ຈ່ຽງ​ ແຂວງ​ຈ່ຽງ​ຊູ, ຜູ້​ເຖົ້າ​ຄົນ​ໜຶ່ງ​ ໄດ້​ຈັບ​ມື​ເພິ່ນ​ຢ່າງ​ແໜ້ນ​ ແລະ ​ເວົ້າ​ວ່າ:  “ສະ​ບາຍ​ດີ ທ່ານ​ເລ​ຂາ​ທິ​ການ​ໃຫຍ່!ທ່ານ​ເປັນມື​ປາບ​ພວກ​ສໍ້​ລາດ​ບັງ​ຫຼວງ, ເປັນຜູ້ທີ່ນຳເອົາໂຊກລາບມາໃຫ້ປະຊາຊົນຈີນ!” ທ່ານ ສີ ​ຈິ້ນ​ຜິງ ຕອບ​ວ່າ: “ຈະ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ ​ທົ່ວ​ປະ​ເທດ​ຜິດ​ຫວັງ.” ໃນ​ໄລ​ຍະ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຄັ້ງ​ນັ້ນ, ທ່ານ ສີ ​ຈິ້ນ​ຜິງ ໄດ້​ສະ​ເໜີ “ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ” ເປັນ​ເທື່ອ​ທຳ​ອິດ. ວັນ​ທີ 1 ກໍ​ລະ​ກົດ 2026, ໃນ​ພິ​​ທີ​ສະ​ເຫລີມ​ສະຫລອງ ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໂດຍ​ຈັດ​ເອົາ “ການ​ເອົາ​ໃຈ​ໃສ່​ເສີມ​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ ເພື່ອ​ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ” ເປັນ​ໜຶ່ງ ​ໃນ​ບັນ​ດາ​ຄຸນ​ລັກ​ສະ​ນະ​ດີ​ເດັ່ນ ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເນັ້ນ​ໜັກວ່າ ການ​ຄຸ້ມ​ຄອງ​ພັກ​ ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ຕ້ອງ​ດຳ​ເນີນຕະ​ຫລອດ​ໄປ.ເພິ່ນ​ກ່າວ​ວ່າ: “ຮັກ​ສາ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ, ບຸກ​ບືນ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ, ຕ້ອງ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ໃຫ້​ຕໍ່​ເນື່ອງ.”ຖະ​ແຫລງ​ການ ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະ ໄໝທີ 20 ​ໄດ້​ລະ​ບຸ​ວ່າ: “ຍຶດ ໝັ້ນ ສະແຫວງຫາ ຄວາມຜາສຸກມາໃຫ້ແກ່ ປະຊາຊົນຈີນ ແລະຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດຈີນ” “ຮັກ​ສາ​ສາຍ​ພົວ​ພັນ ​​ແບບ​ກາຍ​ອິນ​ຊີ​ລະ​ຫວ່າງ​ ພັກກັບ​ປະ​ຊາ​ຊົນ”  “ຕ້ອງຈົດ ຈໍາໃຫ້ ໜັກແໜ້ນ ວ່າ:ນອກຈາກຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ ແລະ ປະຊາຊົນຈໍານວນມະຫາສານແລ້ວ, ພັກບໍ່ມີຜົນປະ ໂຫຍດພິເສດອື່ນໃດ ຂອງຕົນ,​ພັກ ແລະການສໍ້ລາດ ບັງຫລວງ ຢູ່່ຮ່ວມ ກັນບໍ່ໄດ້ປານນໍ້າກັບໄຟ”. ຈາກ​ນີ້​ ຈະ​ເຫັນ​ໄດ້ວ່າ ຫລັກ​ໝັ້ນ​ປະ​ຊາ​ຊົນ​ໄດ້​ສອດ​ຫ້ອຍ​ເຂົ້າ​ໃນ​ຖະ​ແຫລງ​ການ​ ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ. ເດືອນ​ສິງ​ຫາ​ປີ​ 2026 ນີ້, ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ ​ກັບ​ບຸກ​ຄົນ​ນອກ​ພັກ, ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ ຈິ້ນ​ຜິງ ໄດ້​ຊີ້​ໃຫ້​ເຫັນ​ວ່າ:“ການ​ແກ້​ໄຂ​ບັນ​ຫາ​ຄົງ​ຄ້າງ​ພາຍ​ໃນ​ພັກ, ກ່ອນ​ອື່ນ​ຕ້ອງ​ອີງ​ໃສ່​ກຳ​ລັງ​ຂອງ​ພັ​ກຄອມ​ມູ​ນິດ​ຈີນ​ເອງ, ບັນ​ລຸ​​ການ​ສະ​ສາງ​ລ້າງ​ສວ່​າຍ​ຕົນ​ເອງ, ປັບ​ປຸງ​ຕົນ​ເອງ, ປະ​ຕິ​ຮູບ​ຕົນ​ເອງ ແລະ ຍົກ​ລະ​ດັບ​ຕົນ​ເອງ​ຂອງ​ພັກ ​ຢ່າງ​ບໍ່​ຢຸດ​ຕັ້ງ; ຍັງ​ຕ້ອງ​ອີງ​ໃສ່​ການ​ສະ​ໜັບ ​ສະ​ໜູ​ນ​ຂອງ​ປະ​ຊາ​ຊົນ, ເປັນ​ເຈົ້າ​ການ​ຮັບ​ເອົາ​ການ​ຕິດ​ຕາມກວດ​ກາ​ ຂອງ​ປະ​ຊ​າ​ຊົນ, ຮັບ​ຟັງ​ການ​ຕຳ​ໜິ​ຕິ​ຕຽນ​ຂອງ​ປະ​ຊາ​ຊົນ ​ຢ່າງ​ຖ່ອມ​ຕົວ, ຫັນ​ເອົາ​ການ​ອູ້ມ​ຊູ ແລະ ສະ​ໜັບ​ສະ​ໜູນ​ ຈາກ​ປະ​ຊາ​ຊົນ​ ໃຫ້​ເປັນ​ແຮງ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ໃນ​ການ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ ຮອບ​ດ້ານ​​ໃຫ້​ຕໍ່​ເນື່ອງ. ”ປະເທດຊາດ ກໍແມ່ນປະຊາຊົນ, ປະຊາຊົນກໍແມ່ນປະເທດຊາດ. ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມງວດ ​ຮອບ​ດ້ານ ກໍແມ່ນຮັກສາຄວາມສັດທາຂອງ ປະຊາຊົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່