
ລັດເຊຍ-ສ.ອາເມລິກາ-ອູແກຣນ ຈະຈັດການເຈລະຈາ 3 ຝ່າຍ

ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ວະລາດີເມຍ ປູຕິນປະທານາທິບໍດີລັດເຊຍ ໄດ້ຢືນຢັນ ໃນກອງປະຊຸມວ່າ: ການເຈລະຈາ 3 ຝ່າຍ ລັດເຊຍ-ສ.ອາເມລິກາ-ອູແກຣນ ກ່ຽວກັບບັນຫາອູແກຣນຈະຈັດຂຶ້ນໃນວັນທີ 10 ພະຈິກນີ້ ຢູ່ນະຄອນຫລວງ ອາບູດາບີ ຂອງສະຫະລັດ ອາຣັບ ເອມີເຣດ. ທ່ານ ວາລາດີເມຍ ປູຕິນ ກ່າວວ່າ:ສະມາຊິກຄະນະຜູ້ແທນ ລັດເຊຍ ໄດ້ເຂົ້າຮ່ວມ ກອງປະຊຸມ ຄວາມໝັ້ນຄົງ ສະຫະພັນ ລັດເຊຍ ໃນມື້ດຽວກັນ.ຜູ້ເຂົ້າຮ່ວມລວມມີ ທ່ານ ວະລາດີເມຍ ເມດີນສະກີ ຜູ້ຊ່ວຍປະທານາທິບໍດີ ລັດເຊຍ, ທ່ານ ມີຄາອີລ ກາລູຊິນ ແລະ ທ່ານ ເຊີເກຣີຢາບຄົຟ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລັດເຊຍ ແລະ ອື່ນໆ.ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບ ບັນຫາທີ່ກ່ຽວຂ້ອງກັບ ການເຈລະຈາ 3 ຝ່າຍ ລັດເຊຍ-ສ.ອາເມລິກາ-ອູແກຣນ ທີ່ຈະຈັດຂຶ້ນໃນໄວໆນີ້. ທ່ານວະລາດີເມຍ ປູຕິນໄດ້ສະແດງຄວາມຂອບໃຈ ຕໍ່ຄວາມພະຍາຍາມ ຂອງຄະນະນຳສະຫະລັດ ອາຣັບ ເອມີເຣດ ໃນການຊຸກຍູ້ ການແກ້ໄຂວິກິດການ ໃນອູແກຣນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




