
ສະມາຊິກລັດຖະສະພາອາເມລິກາ ຢືນຢັນວ່າ ຈະຊຸກຍູ້ການຍົກເລີກນະໂຍບາຍພາສີທີ່ບໍ່ສົມເຫດສົມຜົນ

ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງຈາກ ປະຊາຊົນ ຜູ້ມີສິດເລືອກຕັ້ງໃນ ສ.ອາເມລິກາ ມີປະຕິກິລິຍາ ຮຸນແຮງຕໍ່ຄ່າຄອງຊີບ ແລະໄພເງິນເຟີ້ ທີ່ສູງຂຶ້ນ, ໄປຄຽງຄູ່ກັບ ພັກເດໂມແຄຣັດ ໄດ້ຮັບໄຊຊະນະ ຢ່າງຖ້ວມທົ້ນ ໃນການເລືອກຕັ້ງກາງສະໄໝ ຂອງສະຫະລັດ ອາເມລິກາ, ສະມາຊິກລັດຖະສະພາ ທີ່ຂຶ້ນກັບ ພັກເດໂມແຄຣັດ ຫລາຍຄົນ ຢືນຢັນວ່າ:ຈະສຸມໃສ່ ຊຸກຍູ້ການຍົກເລີກ ນະໂຍບາຍພາສີ ທີ່ບໍ່ສົມເຫດສົມຜົນ ທີ່ປະຕິບັດ ໃນປັດຈຸບັນ. ຄຽງຄູ່ກັບ ການເລືອກຕັ້ງກາງສະໄໝ ຂອງ ສະຫະລັດ ອາເມລິກາ ໄດ້ສິ້ນສຸດລົງ, ແຕ່ວັນທີ 5-6 ພະຈິກນີ້, ພັກເດໂມແຄຣັດ ຂອງ ສະຫະລັດ ອາເມລິກາ ໄດ້ເປີດເຜີຍວຽກງານຈຸດສຸມ ຂອງລັດຖະສະພາຊຸດໃໝ່ ຕາມລຳດັບ, ນັບແຕ່ ງົບປະມານ ຂອງລັດຖະບານ, ການຕິດຕາມຄຸ້ມຄອງ ປັນຍາປະດິດຕະຫຼອດຮອດນະໂຍບາຍ ພາສີ ແລະ ການຄ້າ, ຄວາມຂັດແຍ້ງກັນ ລະຫວ່າງ ສອງພັກຂອງ ສະຫະລັດ ອາເມລິກາ ໃນຫລາຍຂົງເຂດ ໄດ້ຖືກເຜີຍແຜ່ອອກ ເທື່ອລະໜ້ອຍ, ການຄາດຄະເນການປັບປຸງນະໂຍບາຍທີ່ເກີດຈາກການປ່ຽນແປງ ດ້ານສະພາບອຳນາດ ໃນລັດຖະສະພາ ເລີ່ມປາກົດອອກ ຢ່າງເດັ່ນຊັດ. ນັກວິເຄາະເຫັນວ່າ:ພາຍຫລັງ ໄດ້ຮັບຄະແນນສຽງອຳນາດ ສ່ວນໃຫຍ່ ໃນສະພາສູງ ແລະ ສະພາຕ່ຳແລ້ວ, ພັກເດໂມແຄຣັດ ອາດຈະຜ່ານຈາກຄະນະກຳມະການ ທີ່ກ່ຽວນຂ້ອງ ເພື່ອເພີ່ມທະວີ ການຕິດຕາມກວດກາ ນະໂຍບາຍພາສີພ້ອມທັງ ຊຸກຍູ້ການຍົກເລີກພາສີ ສ່ວນໜຶ່ງລວມທັງ ການສ້າງກົດໝາຍກ່ຽວກັບ ການມອບສິດ ທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




