ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 1 ນາທີ3 ຄັ້ງ
ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ ​ກອມມມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ເດີນ​ທາງອອກຈາກ ຮ່າໂນ້ຍ ເລີ່ມ​ຕົ້ນ​ ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການລະຫວ່າງ ​ວັນ​ທີ 08-11 ພະຈິກນີ້ ຕາມຄຳເຊີນ ຂອງລັດຖະບານ ຍີ່ປຸ່ນ.ການຢ້ຽມຢາມ ດຳເນີນໄປ​ ໃນ​ຈຸດເວລາທີ່ ທັງສອງປະເທດ​ພວມ​ຢືນ​ຢູ່ ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​​ ພັດ​ທະ​ນາໃໝ່. ຫວຽດນາມພວມ​ຍູ້​ແຮງ ກ​ານ​ຫັນ​ ເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍ ພັດທະນາ 100 ປີໃນປີ 2030 ແລະ 2045. ຍີ່ປຸ່ນກໍ່​ພວມ​ ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນເຕີບໂຕໃໝ່, ​ຕິດ​ພັນ​ການພັດທະນາ​ເສດ​ຖະ​ກິດ​ກັບ​ວິ​ທະ​ຍາ​ສາດ-ເຕັກໂນໂລຊີ, ຍົກ​ສູງ​ກຳ​ລັງ​ແຮງ ​ແຫ່ງ​ຊາດ ແລະຟື້ນຟູທີ່​ຕັ້ງນຳໜ້າ​ ໃນບັນ​ດາຂົງເຂດ ເສດຖະກິດ, ເຕັກໂນໂລຊີ ຫລັກ​ແຫລ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່