
ກອງປະຊຸມເວທີປຶກສາຫາລືກ່ຽວກັບ ທ່າອຽງການຮ່ວມມື ດ້ານເສດຖະກິດພາກພື້ນ APEC ປີ 2026

ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ເວທີປຶກສາຫາລື ກ່ຽວກັບ ທ່າອຽງການຮ່ວມມື ດ້ານເສດຖະກິດພາກພື້ນ ຂອງອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກຫລື APEC ປີ 2026 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງກົວລາລຳເບີປະເທດ ມາເລເຊຍ.ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍສະໂມສອນ ເພື່ອນມິດເສັ້ນທາງສາຍໄໝ ມາເລເຊຍ, ໂດຍມີ ຜູ້ຕາງໜ້າລັດຖະບານ ແລະ ນັກວິຊາການຈາກ ສປ ຈີນ ແລະ ມາເລເຊຍ 200 ກວ່າຄົນ ເຂົ້າຮ່ວມ.ທ່ານ ນູ ຈາລານ ບິນ ໂມຮາເມັດຮອງປະທານສະພາສູງ ຂອງມາເລເຊຍ ໄດ້ກ່າວຄຳປາໄສໂດຍສະແດງ ຄວາມຫວັງທີ່ຈະຊຸກຍູ້ການສ້າງຂອບ ການຮ່ວມມື ທີ່ເນັ້ນໃສ່ ການປະຕິບັດຕົວຈິງແລະ ມຸ່ງໜ້າສູ່ອະນາຄົດເພື່ອສ້າງປະຊາຄົມ ອາຊີ-ປາຊີຟິກ ທີ່ມີຄວາມເຂັ້ມແຂງ.ມາເລເຊຍ ພວມສຸມກຳລັງສ້າງ ເປັນສູນກາງລະດັບພາກພື້ນ ທີ່ມີການລົງທຶນມູນຄ່າສູງ, ມີຕ່ອງໂສ້ມູນຄ່າ ວັດສະດຸເຄິ່ງຕົວນຳ ຫລື ເຊມີຕອນດັກເຕີ, ພະລັງງານສີຂຽວ ແລະ ເສດຖະກິດິຈິຕອນ, ພ້ອມນີ້ທ່ານຍັງສະແດງຄວາມຫວັງ ທີ່ຈະລົງເລິກການຮ່ວມມື ໃນຂົງເຂດຕ່າງໆກັບ ສປ ຈີນ.ທ່ານ ກົ່ວເສີນທ່າວອັກຄະລັດຖະທູດຈີນ ປະຈຳມາເລເຊຍໄດ້ນຳສະເໜີ ການອອກແບບ ໂດຍລວມຂອງ “ປີຈີນ” ຂອງ APEC, ການກະກຽມວຽກງານ ແລະ ຄວາມຄືບໜ້າຫລ້າສຸດ, ພ້ອມທັງ ກ່າວວ່າ:ສປ ຈີນ ຄອງຄອຍ ທີ່ຈະຮ່ວມກັບ ມາເລເຊຍ ເພື່ອລົງເລິກ ການຮ່ວມມື ໃນພາກພື້ນແລະ ຮ່ວມກັນສ້າງປະຊາຄົມ APEC./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




