
ສ.ອາເມລິກາ-ອີຣານ ມີຄວາມຄືບໜ້າ ຄວາມເປັນໄປໄດ້ ທີ່ຈະໂຈມຕີອີຣານ ອີກຄັ້ງຈະຕ່ຳຫລາຍ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ພະຈິກນີ້ ທ່ານ ໂດນັນ ທຣຳປະທານາທິບໍດີ ສ.ອາເມລິກາ ກ່າວວ່າ:ຂໍພຽງແຕ່ການເຈລະຈາ ກ່ຽວກັບ ແຜນການນິວເຄລຍ ຂອງອີຣານ ແລະ ການເປີດ ຊ່ອງແຄບ ຮໍມຸສຄືນໃໝ່ ມີຄວາມຄືບໜ້າ, ຄວາມເປັນໄປໄດ້ທີ່ ສ.ອາເມລິກາ ຈະໂຈມຕີອີຣານທາງທະຫານອີກຄັ້ງ ກໍຈະ”ຕ່ຳຫລາຍ”. ທ່ານ ໂດນັນ ທຣຳ ກ່າວວ່າ: ຈຸດສຳຄັນ ແມ່ນຢູ່ທີ່ ອີຣານ ຈະເຊັນ “ສັນຍາ ທີ່ມີພະລັງຫລາຍ” ຫລື ບໍ່, ແຕ່ຖ້າຈຳເປັນ, ອາເມລິກາ ກໍອາດຈະໃຊ້ກຳລັງ ການທະຫານ.ສ.ອາເມລິກາ ໄດ້ກຳນົດເປົ້າໝາຍ ພາຍໃນ ອີຣານ ເຊັ່ນ: ໂຮງງານຜະລິດໄຟຟ້າແລະ ຂົວເປັນຕົ້ນ, ໂດຍມີຂົວ 38 ແຫ່ງ ທີ່ສາມາດທຳລາຍ ໄດ້ພາຍໃນໜຶ່ງຊົ່ວໂມງ, ແຕ່ການກໍ່ສ້າງຄືນໃໝ່ ອາດຈະຕ້ອງໃຊ້ເວລາ 10 ປີ. ນັບແຕ່ ສ.ອາເມລິກາ ແລະ ອິດສະຣາແອນ ຮ່ວມກັນ ປະຕິບັດການທາງທະຫານ ຂະໜາດ ໃຫຍ່ ຕໍ່ອີຣານ ໃນວັນທີ 28 ກຸມພາ ເປັນຕົ້ນມາ, ທ່ານ ໂດນັນ ທຣຳ ໄດ້ອອກຖ້ອຍ ຄວາມກ່ຽວກັບ ການຍຸດຕິສົງຄາມທີ່ມີຄວາມຂັດແຍ້ງກັນຫລາຍຄັ້ງ, ປັດຈຸບັນສ.ອາເມລິກາ ແລະ ອີຣານ ຍັງຢູ່ໃນ ສະພາບ ບໍ່ໄປບໍ່ມາ, ຄວາມຄືບໜ້າ ດ້ານການທູດໜ້ອຍທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




