
ເກົາຫຼີເໜືອທົດສອບລະບົບຕີປີກໃຕ້ນ້ຳຄວາມໄວສູງລຸ້ນໃໝ່ ເລັ່ງຍົກລະດັບຂີດຄວາມສາມາດກອງທັບເຮືອ ກຽມເຂົ້າປະຈຳການປີ 2027

ເກົາຫຼີເໜືອປະກາດຜົນການທົດສອບລະບົບອາວຸດຕີປີກໃຕ້ນ້ຳຄວາມໄວສູງລຸ້ນໃໝ່ ໂດຍນຳເອົາເທັກໂນໂລຊີປັນຍາປະດິດ (AI) ມາປະຍຸກໃຊ້ໃນລະບົບກວດຈັບເປົ້າໝາຍ ແລະ ລະບົບນຳວິຖີຂອງຕີປີກລຸ້ນໃໝ່.
ສຳລັບການທົດສອບຄັ້ງຫຼ້າສຸດ ສຳນັກຂ່າວ KCNA ລາຍງານວ່າ: ເປັນການກວດສອບເຕັກໂນໂລຊີທີ່ຊ່ວຍເພີ່ມປະສິດທິພາບລະບົບຂັບເຄື່ອນ ແລະ ແຮງຂັບຈາກລະບົບຈະຫຼວດ ຫຼັງຈາກດຳເນີນການທົດສອບມາແລ້ວຫຼາຍກວ່າ 180 ຄັ້ງ ໃນໄລຍະ 5 ປີຜ່ານມາ.

ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າ: ການທົດສອບດັ່ງກ່າວມີຂຶ້ນໃນວັນຈັນ ທີ 9 ພະຈິກ 2026 ຢູ່ທະເລຕາເວັນອອກ ຫຼື ທະເລຍີ່ປຸ່ນ ໂດຍຜົນການທົດສອບໄດ້ຢືນຢັນປະສິດທິພາບຂອງລະບົບອາວຸດລຸ້ນໃໝ່. ພ້ອມລະບຸວ່າ ອາວຸດນີ້ມີແຜນຈະນຳເຂົ້າປະຈຳການໃນກອງທັບເຮືອເກົາຫຼີເໜືອຕັ້ງແຕ່ຕົ້ນປີ 2027.
ການພັດທະນາອາວຸດຄັ້ງນີ້ເປັນສ່ວນໜຶ່ງຂອງແຜນການເສີມສ້າງຂີດຄວາມສາມາດທາງທະເລ ແລະການໂຈມຕີໃຕ້ນ້ຳຂອງພຽງຢາງ ທ່າມກາງສະຖານະການຄວາມຕຶງຄຽດໃນແຫຼມເກົາຫຼີ.
ນອກຈາກນີ້ ໃນຊ່ວງຜ່ານມາ ເກົາຫຼີເໜືອຍັງໄດ້ທົດສອບອາວຸດຫຼາຍປະເພດ ລວມທັງໂດຣນໂຈມຕີ ແລະຂີປະນາວຸດໄຮເປີໂຊນິກ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການຍົກລະດັບເທັກໂນໂລຊີທາງທະຫານ.
ຂະນະດຽວກັນ ນັກວິເຄາະມອງວ່າ ການນຳ AI ມາໃຊ້ກັບລະບົບຕີປີກອາດຊ່ວຍເພີ່ມຄວາມສາມາດໃນການຈຳແນກເປົ້າໝາຍ ແລະຫຼີກລ່ຽງສິ່ງລໍ້ລວງໄດ້. ແນວໃດກໍຕາມ ຜູ້ຊ່ຽວຊານຍັງຕັ້ງຂໍ້ສັງເກດວ່າ ເກົາຫຼີເໜືອຍັງຕ້ອງພັດທະນາເຕັກໂນໂລຊີອີກຫຼາຍດ້ານ ໂດຍສະເພາະການຫຼຸດສຽງລົບກວນຂອງຕີປີກຂະນະເຄື່ອນທີ່ໃຕ້ນ້ຳ ເຊິ່ງເປັນປັດໄຈສຳຄັນຕໍ່ການຫຼີກລ່ຽງການກວດຈັບ.
ການທົດສອບຄັ້ງນີ້ເກີດຂຶ້ນໃນຂະນະທີ່ເກົາຫຼີເໜືອ ແລະເກົາຫຼີໃຕ້ກຳລັງເພີ່ມການພັດທະນາອາວຸດສະໄໝໃໝ່ ທ່າມກາງຄວາມກັງວົນຕໍ່ສະຖານະການຄວາມໝັ້ນຄົງໃນພາກພື້ນ.
ທີ່ມາຂ່າວ: channelnewsasia
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




