ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍອດຈຳນວນ ເດັກເກີດໃໝ່ ໃນຍີ່ປຸ່ນ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 11 ປີ

ໂດຍ Mahaxan
· 23 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຍອດຈຳນວນ ເດັກເກີດໃໝ່ ໃນຍີ່ປຸ່ນ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 11 ປີ
ADadvertisement
ADadvertisement
ADadvertisement
ຍອດຈຳນວນ ເດັກເກີດໃໝ່ ໃນຍີ່ປຸ່ນ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 11 ປີ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,ກະຊວງ ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຂອງ ຍີ່ປຸ່ນ ໄດ້ເປີດເຜີຍວ່າ: ຈໍານວນ ເດັກເກີດໃໝ່ ຈາກ ພໍ່ແມ່ຊາວ ຍີ່ປຸ່ນ ໃນໄລຍະ ເດືອນມັງກອນ-ເດືອນມິຖຸນາ 2026 ລວມມີ 320.458 ຄົນ, ເພີ່ມຂຶ້ນ 0,4%ເມື່ອທຽບໃສ່ກັບປີຕໍ່ປີ ເຊິ່ງເປັນຍອດຈຳນວນໃນຊ່ວງເຄິ່ງປີທຳອິດ ທີ່ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບ 11 ປີ.

ຕົວເລກ ດັ່ງກ່າວ ມີຄວາມໃກ້ຄຽງກັບ ອັດຕາ ການເກີດ ເມື່ອປີ 2025 ເຊິ່ງເປັນປີ ທີ່ ຈຳນວນ ເດັກເກີດໃໝ່ຈາກພໍ່ແມ່ຊາວ ຍີ່ປຸ່ນ ລວມທັງ ປີຫລຸດລົງຕ່ຳ ເປັນປະຫວັດສາດ ຈຳນວນ 671.236 ຄົນ ໂດຍຈຳນວນ ການເກີດ ທີ່ເພີ່ມຂຶ້ນເລັກນ້ອຍ ໃນປີນີ້ ຄາດວ່າ: ສ່ວນໜຶ່ງ ແມ່ນມາຈາກ ຈຳນວນການຈົດທະບຽນ ແຕ່ງງານ ເພີ່ມຂຶ້ນໃນປີ 2024 ແລະ 2025.

ນອກຈາກນັ້ນ, ສະຖາບັນວິໄຈ ປະຊາກອນ ແລະ ປະກັນສັງຄົມ ແຫ່ງຊາດ ຍີ່ປຸ່ນ ໄດ້ຄາດຄະເນໄວ້ ເມື່ອປີ 2023 ວ່າຈຳນວນ ເດັກເກີດໃໝ່ ຕໍ່ປີ ຈະຫລຸດລົງຕ່ຳກວ່າ 680.000 ຄົນ ໃນປີ 2040 ແຕ່ຍອດການເກີດ ກັບ ຫລຸດລົງໄວກວ່າ ທີ່ຄາດຄະເນໄວ້./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່