
ເຫດການສະຫຼົດໃຈ! ພົບຮ່າງເດັກຍິງເຊື້ອຊາດຫວຽດນາມ ອາຍຸ 13 ປີ ຫຼັງຫາຍຕົວ 5 ມື້ ໃນເຢຍລະມັນ

ເຈົ້າໜ້າທີ່ສືບສວນເຢຍລະມັນກຳລັງເລັ່ງກວດສອບຫາສາເຫດການເສຍຊີວິດຂອງເດັກຍິງເຊື້ອຊາດຫວຽດນາມ ອາຍຸ 13 ປີ ຫຼັງຈາກພົບຮ່າງຂອງນ້ອງຢູ່ໃນເຮືອນທີ່ບໍ່ມີຄົນອາໄສໃນລັດບຣັນເດັນບວກ (Brandenburg) ໂດຍຄາດວ່າຜົນການຊັນສູດຮ່າງຜູ້ເສຍຊີວິດຈະຊ່ວຍໃຫ້ໄດ້ຮູ້ເຫດການທີ່ເປັນຄວາມຈິງທີ່ເກີດຂຶ້ນກັບນ້ອງ.

ລິຊ່າ ຕາ (Lisa Tạ) ເດັກຍິງທີ່ຫາຍຕົວໄປຂະນະເດີນທາງໄປໂຮງຮຽນໃນກຸງເບີລິນ ເມື່ອວັນທີ 3 ພະຈິກ 2026 ຖືກພົບເປັນສົບໃນວັນອາທິດທີ 08 ພະຈິກ 2026 ຢູ່ໃນເຮືອນຫຼັງໜຶ່ງໃນ ເມືອງອັລກລີດເຊັນ (Altglietzen), ເຂດບາດ ໄຟຣເອັນວັລເດ (Bad Freienwalde) ລັດ ບຣັນເດັນບວກ (Brandenburg) ຫ່າງຈາກນະຄອນຫຼວງເບີລິນໄປທາງຕາເວັນອອກສຽງເໜືອປະມານ 50 ກິໂລແມັດ.
ຕາມຖະແຫຼງການຮ່ວມຂອງຕຳຫຼວດ ແລະ ໄອຍະການເບີລິນ ຊາບວ່າ: ຊາຍຄົນໜຶ່ງທີ່ຖືກພົບວ່າບາດເຈັບສາຫັດຢູ່ຂ້າງຮ່າງຂອງເດັກຍິງ ໄດ້ຖືກຈັບກຸມໃນຂໍ້ສົງໄສວ່າມີສ່ວນຮັບຜິດຊອບຕໍ່ການເສຍຊີວິດຂອງນ້ອງ ລິຊ່າ.
ຜູ້ຖືກສົງໄສກຳລັງປິ່ນປົວຢູ່ໂຮງໝໍໃນອາການວິກິດ ແລະ ມີຕຳຫຼວດເຝົ້າຄຸມຕົວ. ນັກສືບສວນເຊື່ອວ່າບາດແຜຂອງລາວເກີດຈາກການທຳຮ້າຍຕົນເອງ. ຢ່າງໃດກໍຕາມ ເຈົ້າໜ້າທີ່ຍັງບໍ່ສາມາດລະບຸຕົວຕົນຂອງຊາຍຄົນດັ່ງກ່າວໄດ້.
ມີຄາເອນ ເພັດໂຊລ (Michael Petzold) ໂຄສົກໄອຍະການເບີລິນ ໃຫ້ຂໍ້ມູນກັບສື່ມວນຊົນເຢຍລະມັນວ່າ ສະພາບແວດລ້ອມແລະເຫດການທີ່ນຳໄປສູ່ການເສຍຊີວິດຂອງ ນ້ອງ ລິຊ່າ Lisa ຍັງບໍ່ມີຄວາມຊັດເຈນ. ຄາດວ່າຈະມີພິສູດສົບໃນວັນຈັນ ທີ 9 ພະຈິກ 2026 ເພື່ອຊ່ວຍລະບຸສາເຫດ ແລະ ລາຍລະອຽດການເສຍຊີວິດ ຕາມລາຍງານຂອງສຳນັກຂ່າວ DPA ຂອງເຢຍລະມັນ.
ນັກສືບສວນຈາກສຳນັກງານຕຳຫຼວດອາຍາລັດເບີລິນ ແລະ ຕຳຫຼວດລັດ Brandenburg ກຳລັງກວດສອບສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫຼັກຖານທາງນິຕິວິທະຍາ.
ການພົບສົບເກີດຂຶ້ນຫຼັງຈາກຕຳຫຼວດຈາກລັດ ບຣັນເດັນບວກ (Brandenburg) ໄດ້ຮັບແຈ້ງເຫດໃນເວລາປະມານທ່ຽງຂອງວັນອາທິດ ວ່າມີຄົນບຸກເຂົ້າໄປໃນເຮືອນທີ່ບໍ່ມີຄົນອາໄສຢູ່ໃນເມືອງອັລກລີດເຊັນ (Altglietzen) ໂດຍບໍ່ໄດ້ຮັບອະນຸຍາດ.
ເມື່ອເຈົ້າໜ້າທີ່ໄປກວດສອບ ກໍ່ພົບຮ່າງຂອງນ້ອງ ລິຊ່າ (Lisa) ແລະຊາຍທີ່ບາດເຈັບສາຫັດຢູ່ພາຍໃນເຮືອນ. ການພົບຮ່າງຜູ້ເສຍຊີວິດຄັ້ງນີ້ເປັນເຫດການທີ່ບໍ່ຄາດຄິດ ເນື່ອງຈາກກ່ອນໜ້ານັ້ນນັກສືບສວນບໍ່ພົບຫຼັກຖານທີ່ຊີ້ວ່າເດັກຍິງຖືກນຳຕົວໄປຍັງພື້ນທີ່ດັ່ງກ່າວ.
ທາງການໄດ້ເປີດປະຕິບັດການຄົ້ນຫາຄັ້ງໃຫຍ່ ຫຼັງຈາກ (Lisa ຫາຍຕົວໄປຈາກບ້ານໃນເຂດ (Marzahn) ຂອງກຸງເບີລິນ ເມື່ອວັນທີ 3 ພະຈິກ.
ນ້ອງ ລິຊ່າ ອອກຈາກບ້ານໃນເວລາປະມານ 7:15 ໂມງເຊົ້າ ເພື່ອເດີນທາງໄປໂຮງຮຽນ ແລະຄາດວ່າຈະຂຶ້ນລົດເມຢູ່ປ້າຍບານນິມພລັດຊ໌ (Barnimplatz) ໃນເວລາປະມານ 7:30 ໂມງ. ແຕ່ນ້ອງບໍ່ໄດ້ໄປຮອດໂຮງຮຽນ.

ທີ່ມາ: Vietnam News Service (VNS), ພາບປະກອບຈາກ Deutsche Presse-Agentur (DPA)
ໂທລະສັບມືຖືຂອງນ້ອງບໍ່ສາມາດຕິດຕໍ່ໄດ້ຫຼັງຈາກອອກຈາກບ້ານໄດ້ບໍ່ດົນ ແລະ ນັກສືບສວນບໍ່ພົບສັນຍານວ່ານາງຕັ້ງໃຈໜີອອກຈາກຄອບຄົວ ຫຼື ສັງຄົມທີ່ນາງຄຸ້ນເຄີຍ.
ຄະດີນີ້ຖືກໂອນໃຫ້ຊຸດສືບສວນຄາດຕະກຳທີ 5 ຂອງສຳນັກງານຕຳຫຼວດອາຍາລັດເບີລິນ ຫຼັງຈາກທາງການພົບຂໍ້ບົ່ງຊີ້ວ່າ ອາດມີອາຊະຍາກຳຮ້າຍແຮງເກີດຂຶ້ນ.
ຕຳຫຼວດໄດ້ລະດົມກຳລັງພົນຈຳນວນຫຼາຍ ພ້ອມໝາດົມກິ່ນ ແລະ ເຮລິຄອບເຕີ ເພື່ອຊ່ວຍໃນການຄົ້ນຫາ ພ້ອມທັງຂໍຄວາມຮ່ວມມືຈາກປະຊາຊົນໃຫ້ແຈ້ງຂໍ້ມູນທີ່ເປັນປະໂຫຍດ.
ຄະດີນີ້ຍັງມີຫຼາຍຄຳຖາມທີ່ລໍຖ້າຄຳຕອບ ວ່າເກີດຫຍັງຂຶ້ນກັບ ຄະດີນີ້ຍັງມີຫຼາຍຄຳຖາມທີ່ລໍຖ້າຄຳຕອບ ວ່າເກີດຫຍັງຂຶ້ນກັບ ນ້ອງ ລິຊ່າ (Lisa) ໃນຊ່ວງເວລາ 5 ມື້ ນັບຈາກການຫາຍຕົວໄປຈົນຮອດການພົບຮ່າງ.
ຂະນະນີ້ ນັກສືບສວນກຳລັງເລັ່ງລະບຸຕົວຕົນຂອງຜູ້ຕ້ອງສົງໄສ ກວດສອບວ່າລາວມີຄວາມສຳພັນກັບເດັກຍິງແນວໃດ ພ້ອມທັງຊອກຫາສາເຫດແລະ ແຮງຈູງໃຈຂອງເຫດການ.
ການສືບສວນດຳເນີນໂດຍອັຍະການເບີລິນ ແລະ ຊຸດສືບສວນຄາດຕະກຳ ຮ່ວມມືກັບຕຳຫຼວດລັດ (Brandenburg).
ໃນວັນທີ 9 ພະຈິກ 2026 ທາງການສາມາດລະບຸຕົວຜູ້ຕ້ອງສົງໄສໄດ້ແລ້ວ ເປັນຊາຍສັນຊາດເຢຍລະມັນ ອາຍຸ 22 ປີ ຈາກເບີລິນ ແຕ່ຜົນພິສູດຮ່າງຂອງນ້ອງ ລິຊ່າ ຍັງບໍ່ສາມາດສະຫຼຸບສາເຫດການເສຍຊີວິດໄດ້ເທື່ອ ແລະ ການສືບສວນຍັງດຳເນີນຕໍ່ໄປ.
ທີ່ມາ: ສຳນັກຂ່າວຫວຽດນາມ (VNS)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




