
ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

ພາຍໃຕ້ການເປັນປະທານຂອງສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ສະຫາຍ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ແລະ ພະນັກງານອາວຸໂສ-ບຳນານ, ຜູ້ແທນສົມບູນເຂົ້າຮ່ວມ 172 ສະຫາຍ, ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ທັງໝົດ 302 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້, ເປັນເຫດການສຳຄັນທາງການເມືອງ ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ທີ່ຈະໄດ້ຕີລາຄາຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນຈາກການນຳພາ-ຊີ້ນຳໃນໄລຍະ 5 ປີຜ່ານມາ; ກຳນົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມສອດຄ່ອງກັບໜ້າທ່ີການເມືອງຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການຊ່ວຍສູນກາງພັກໃຫ້ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້





