ວັນເສົາ ທີ 14 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເວເນຊູເອລາ-ບຣາຊິນ ຈະຟື້ນຟູສຳພັນຢ່າງເຕັມຮູບແບບ -ປຶກສາຫາລື ດ້ານພະລັງງານ-ນໍ້າມັນ

ໂດຍ Mahaxan
· 12 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ເວເນຊູເອລາ-ບຣາຊິນ ຈະຟື້ນຟູສຳພັນຢ່າງເຕັມຮູບແບບ -ປຶກສາຫາລື ດ້ານພະລັງງານ-ນໍ້າມັນ
ADadvertisement
ADadvertisement
ADadvertisement
ເວເນຊູເອລາ-ບຣາຊິນ ຈະຟື້ນຟູສຳພັນຢ່າງເຕັມຮູບແບບ -ປຶກສາຫາລື ດ້ານພະລັງງານ-ນໍ້າມັນ

ສຳນັກຂ່າວ ອິນໂຟເຄວສ: ວັນທີ 11 ພະຈິກ, ທ່ານ ເດລຊີ ໂຣດຣິເກສ ຮັກສາການ ປະທານາທິບໍດີ ເວເນຊູເອລາ ໄດ້ພົບປະຫາລືກັບ ປະທານາທິບໍດີ ລູອິສ ອິນາຊິໂອ ລູລາ ດາ ຊິວວາ ແຫ່ງບຣາຊິນ ຢູ່ນອກກອບກອງປະຊຸມລັດຖະພາຄີ ກອບອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ດິນຟ້າ ອາກາດ ສະໄໝທີ 31 (COP31) ທີ່ເມືອງ ອັນຕັນຍາ ປະເທດ ຕວັກກີ ໂດຍທັງສອງຝ່າຍ ໄດ້ສະແດງ ເຈດຕະນາ ທີ່ ຈະຟື້ນຟູ ຄວາມສຳພັນ ທະວີພາຄີ ຢ່າງເຕັມຮູບແບບ.

ການພົບປະ ໃນຄັ້ງນີ້້ ຖືເປັນ ການພົບປະຫາລື ແບບເຊິ່ງໜ້າ ຄັ້ງທຳອິດ ຂອງ ຜູ້ນຳທັງສອງ ປະເທດ ນັບຕັ້ງແຕ່ ທ່ານ ໂຣດຣິເກສ ເຂົ້າຮັບຕຳແໜ່ງ ຮັກສາການ ປະທານາທິບໍດີ ໃນເດືອນ ມັງກອນ ພາຍຫລັງ ເກີດຄວາມເຄັ່ງຕຶງ ດ້ານຄວາມສຳພັນ ເນື່ອງມາຈາກ ການເລືອກຕັ້ງ ປະທານາທິບໍດີ ເວເນຊູເອລາ ໃນປີ 2024.

ຫລັງຈາກນັ້ນ ທັງສອງຝ່າຍ ໄດ້ສຳຫລວດ ໂອກາດ ໃນການສົ່ງເສີມ ການແລກປ່ຽນ ທາງເສດຖະກິດ, ຂະຫຍາຍ ການລົງທຶນ ແລະ ຮັດແໜ້ນ ຄວາມຮ່ວມມື ສັນທະມິດໃນລະດັບ ທະວີພາຄີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ນອກຈາກນີ້ ຜູ້ນຳທັງສອງ ໄດ້ສະແດງ ຄວາມຕັ້ງໃຈ ທີ່ ຈະຟື້ນຟູຄວາມສຳພັນ ທະວີພາຄີ ຢ່າງເຕັມຮູບແບບໃນລະດັບ ສູງສຸດ.ພ້ອມດຽວກັນນັ້ນ ທັງສອງຝ່າຍ ຍັງໄດ້ປຶກສາ ຫາລື ເຖິງຄວາມເປັນໄປໄດ້ ທີ່ ບຣາຊິນ ຈະເຂົ້າໄປລົງທຶນ ໃນຂະແໜງ ພະລັງງານ ແລະ ນ້ຳມັນ ຂອງ ເວເນຊູເອລາ ພ້ອມທັງ ເຫັນດີ ໃຫ້ ອາເລັກຊານເດຣ ຊິວວາ ລັດຖະມົນຕີ ກະຊວງ ບໍ່ແຮ່ ແລະ ພະລັງງານ ຂອງ ບຣາຊິນ ເດີນທາງ ໄປຢ້ຽມຢາມ ເວເນຊູເອລາ ກ່ອນທ້າຍປີນີ້./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 14 ພະຈິກ 2026 · ຂຶ້ນ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່