ວັນເສົາ ທີ 14 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງຢູນນານ ເພີ່ມເສັ້ນທາງຂົນສົ່ງ ຂ້າມຊາຍແດນ ໂດຍກົງໃໝ່ 2 ເສັ້ນລະຫວ່າງ ສປ ຈີນ-ສສ ຫວຽດນາມ

ໂດຍ Mahaxan
· 8 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ແຂວງຢູນນານ ເພີ່ມເສັ້ນທາງຂົນສົ່ງ ຂ້າມຊາຍແດນ ໂດຍກົງໃໝ່ 2 ເສັ້ນລະຫວ່າງ ສປ ຈີນ-ສສ ຫວຽດນາມ
ADadvertisement
ADadvertisement
ADadvertisement
ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 11 ພະຈິກນີ້, ແຂວງຢູນນານ ຂອງ ສປ ຈີນ ໄດ້ເປີດນຳໃຊ້ ເສັ້ນທາງຂົນສົ່ງຂ້າມຊາຍແດນໂດຍກົງໃໝ່ 2 ເສັ້ນ ຄື: ຄຸນ ມິງ-ຕວ່ຽນກວ່າງ (ຫວຽດນາມ) ແລະ ເວີນຊ່ານ- ຮາຢ່າງ (ສສ ຫວຽດນາມ) ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກ ໃນການຂົນສົ່ງສາກົນ. ເສັ້ນທາງ ສາຍ ໃໝ່ນີ້ ໄດ້ນຳໃຊ້ຮູບແບບ “ໃສ່ລົດຄັນດຽວໄປຮອດປາຍທາງ, ຂາໄປ-ຂາກັບ ບັນທຸກເຕັມຄັນ”, ບັນລຸໄດ້ການບໍ່ຕ້ອງປ່ຽນລົດ ຕະຫລອດເສັ້ນທາງ, ການຂົນ ສົ່ງສິນ ຄ້າໄປ-ກັບເຕັມລົດ ທັງສອງທິດທາງ ແລະ ສາມາດແກ້ໄຂ ຈຸດຄົງຄ້າງໃນອະດີດ ເຊັ່ນ: ການຄ່ຽນຖ່າຍ ແລະ ການຂົນສົ່ງທາງດຽວ ແບບບໍ່ມີສິນຄ້າ. ອີງຕາມ ການ ຄາດຄະເນ ຂອງວິສາຫະກິດການຄ້າຊາຍແດນ, ຕົ້ນທຶນການຂົນສົ່ງທາງດຽວ ຕໍ່ລົດ ແຕ່ລະຄັນ ຫລຸດລົງ 1.500 ຢວນ, ເວລາການຂົນສົ່ງທາງດຽວ ຈາກເວີນ ຊ່ານໄປ ສສ ຫວຽດນາມ ຫລຸດລົງ ຫລາຍກວ່າ 3 ຊົ່ວໂມງ, ການບັນທຸກ ສິນຄ້າເຕັມຄັນ ທັງສອງທິດທາງ ຊ່ວຍເພີ່ມລາຍໄດ້ ຂອງຄົນຂັບລົດ ຂົນສົ່ງສິນ ຄ້າຢ່າງມີ ປະສິດທິ ພາບ.ການເປີດນຳໃຊ້ ເສັ້ນທາງໃນຄັ້ງນີ້ ແມ່ນ ມາດຕະການຕົວຈິງ ເພື່ອຈັດຕັ້ງປະຕິບັດຜົນ ຂອງການເຈລະຈາ ກ່ຽວກັບ ການຂົນສົ່ງຕາມ ເສັ້ນທາງສາກົນ ຈີນ- ຫວຽດນາມ, ແກ້ໄຂຈຸດຕິດຂັດໃນ ການຂົນສົ່ງຂ້າມຊາຍແດນ ລະຫວ່າງ ແຂວງຢູນນານຂອງ ສປ ຈີນ-ສສ ຫວຽດນາມ, ແລະ ໃຫ້ການສະໜັບສະໜູນ ແກ່ການ ພັດທະນາເສດຖະກິດ ແລະ ການຄ້າຊາຍແດນ ຈີນ-ຫວຽດນາມ ໃຫ້ມີຄຸນນະພາບສູງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 14 ພະຈິກ 2026 · ຂຶ້ນ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່