ວັນເສົາ ທີ 14 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄທ ນຳສະເໜີ ເສັ້ນທາງທ່ອງທ່ຽວໃໝ່ 9 ເສັ້ນ ເນື່ອງໃນໂອກາດ ງານວາງສະແດງ ສວນພືດໂລກ ທີ່ອຸດອນທານີ

ໂດຍ Mahaxan
· 6 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ໄທ ນຳສະເໜີ ເສັ້ນທາງທ່ອງທ່ຽວໃໝ່ 9 ເສັ້ນ ເນື່ອງໃນໂອກາດ ງານວາງສະແດງ ສວນພືດໂລກ ທີ່ອຸດອນທານີ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 12 ພະ​ຈິກ​ນີ້, ອົງ​ການ​ທ່ອງ​ທ່ຽວ​ ແຫ່ງ​ປະ​ເທດ​ໄທ ​ປະ​ກາດ​ວ່າ:ເນື່ອງ​​ໃນໂອ​ກາ​ດ ​ງານ​ວາງ​ສະ​ແດງ ​ສວນ​ພືດ​ໂລກ ​ທີ່​ອຸ​ດອນ​ທ​າ​ນີ, ​ໄທ ຈະ​ເປີດ​ຕົວ 3 ແຜນ​ການ ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ແລະນຳ​ສະ​ເໜີ​ ເສັ້ນ​ທາງ​ທ່ອງ​ທ່ຽວ​ ລະ​ຫວ່າງ ແຂວງ 9 ເສັ້ນເພື່ອຊຸກ​ຍູ້​ຕະຫລາດ​ ການ​ທ່ອງ​ທ່ຽວ​ ພາຍ​ໃນ​ປະ​ເທດ​ ໃນ​ທ້າຍ​ປີ 2026.ທ່ານ ​ນາງ ຖາ​ປະ​ນີ ກຽດ​ໄພ​ບູນຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ ປະ​ເທດ​ໄທ​ ກ່າວ​ວ່າ:ງານ​ວາງ​ສະ​ແດງ​ສວນ​ພືດ​ໂລກ​ ທີ່​ອຸ​ດອນ​​ທານີ ແມ່ນ​ກິດ​ຈະ​ກຳ​ສຳ​ຄັນ​ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ດ້ານ​ການ​ທ່ອງ​ທ່ຽວ ​ຢູ່​ພາກ​ຕາ​ເວັນ​ອອກ​ ສຽງ​ເໜືອ​ຂອງ​ໄທ.ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ຈັດ​ຂຶ້ນ ​ລະ​ຫວ່າງ ວັນທີ 1 ພະ​ຈິກ​ນີ້​ ຫາ ວັນ​ທີ14 ມີ​ນາ 2027. ອົງ​ການ​ດັ່ງ​ກ່າວ​ຄາ​ດ​ຄະ​ເນ​ວ່າ:ງານ​ວາງ​ສະ​ແດງຄັ້ງ​ນີ້ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ປະ​ມານ 3,600,000 ຄົນ ແລະສ້າງ​ລາຍ​ຮັບ​ ທາງເສດ​ຖະ​ກິດ ເກີນ 32 ຕື້ບາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 14 ພະຈິກ 2026 · ຂຶ້ນ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່