
ສປ ຈີນ-ອາຊຽນ ຮ່ວມກັນປຶກສາຫາລື ກ່ຽວກັບ ໂອກາດໃໝ່ ໃນການເຊື່ອມໂຍງເຊື່ອມຈອດ

ວິທະຍຸ ໂທລະພາບ ສູນກາງຈີນ,ປີນີ້ແມ່ນຄົບຮອບ 5 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ລະຫວ່າງ ສປ ຈີນ-ອາຊຽນ.ລະຫວ່າງ ວັນທີ 23-25 ພະຈິກນີ້, ສັບປະດາຈີນ-ອາຊຽນ 2026 ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງຂອງ ສປ ຈີນ.ຜູ້ຕາງໜ້າຈາກພາກສ່ວນຕ່າງໆຂອງ ສປ ຈີນ ແລະບັນດາປະເທດ ສະມາຊິກອາຊຽນ 300 ກວ່າຄົນ ໄດ້ເຕົ້າໂຮມກັນເພື່ອເຂົ້າຮ່ວມກິດຈະກຳແລກປ່ຽນຫລາຍຄັ້ງ ທາງດ້ານເສດຖະກິດ-ການຄ້າ, ວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳ. ທ່ານ ຈ່າງລີ້ຈົ່ງເລຂາທິການສູນຈີນ-ອາຊຽນ ກ່າວວ່າ: ໃນຕໍ່ໜ້າ, ຈະສຸມກຳລັງໃສ່ການດຳເນີນການຮ່ວມມື ໃນຂົງເຂດ ເຕັກໂນໂລຊີ ລ້ຳຍຸກເຊັ່ນ: ປັນຍາປະດິດ, ເສດຖະກິດ ດິຈິດອນ, ການພັດທະນາສີຂຽວ ແລະກາກບອນຕ່ຳເພື່ອເຮັດໃຫ້ ການປະດິດສ້າງໃໝ່ ດ້ານວິທະຍາສາດເຕັກໂນໂລຊີ ເສີມສ້າງການພັດທະນາ ໃນຄຸນນະພາບສູງ ໃຫ້ດີກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












