ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 01:39ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ເນັ້ນໜັກວ່າ ຄວນນຳໃຊ້-ບໍລິຫານວິທະຍາສາດ ເຕັກໂນໂລຊີ ຈະເລີນໃໝ່ ຢ່າງເໝາະສົມ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ສປ ຈີນ ເນັ້ນໜັກວ່າ ຄວນນຳໃຊ້-ບໍລິຫານວິທະຍາສາດ ເຕັກໂນໂລຊີ ຈະເລີນໃໝ່ ຢ່າງເໝາະສົມ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 24 ພະ​ຈິກ​ນີ້, ທ່ານ ຟູ້​ຊົ່ງຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ ສປ ຈີນ ​ປະ​ຈຳ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້ປະ​ກອບ​ຄຳ​ເຫັນ​ ໃນ​ກອງ​ປະ​ຊຸມ ​ອະ​ພິ​ປາຍ ເປີດ​ພາຍ​ໃຕ້​ຫົວ​ຂໍ້ “ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໃນ​ຍຸກ ແຫ່ງ​ການ​ປ່ຽນ​ແປງ ​ດ້ານເຕັກ​ໂນ​ໂລ​ຊີ​ ຢ່າງວ່ອງ​ໄວ” ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​  ໂດຍ​​ເນັ້ນ​ໜັກ​ວ່າ:ຄວນ​ນຳ​ໃຊ້​ ແລະ​ບໍ​ລິ​ຫານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈະ​ເລີນ​ໃໝ່​ຢ່າງ​ເໝາະ​ສົມ.ທ່ານ ຟູ້​ຊົ່ງ ກ່າວ​ວ່າ:​ ປັດ​ຈຸ​ບັນ, ການ​ປະ​ຕິ​ວັດດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ແລະການ​ປ່ຽນ​ແປງ ທາງ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່ ​​ກຳ​ລັງ​ເລັ່ງໄວ​ຂຶ້ນເຊິ່ງ​ໄດ້​ສ້າງ​ໂອ​ກາດ ແລະສິ່ງ​ທ້າ​ທາຍ ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່​ ສັນ​ຕິ​ພາບ ແລະຄວາມ​ໝັ້ນ​ຄົງ​ສາ​ກົນ.​ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ຈະ​ເລີນ​ໃໝ່ ເຊັ່ນ:ປັນ​ຍາ​ປະ​ດິດ ແລະ ລະ​ບົບທີ່​ບໍ່​ມີ​ຄົນ​ຂັບ ເປັນ​ຕົ້ນສາ​ມາດ​ກາຍ​ເປັນເຄື່ອງ​ມື ​ໃນ​ການ​ປົກ​ປັກ​ຮັກ​ສາ​ ສັນ​ຕິ​ພາບ, ທັງ​ສາ​ມາດ​ກາຍ​ເປັນ​ກຳ​ລັງ​ແຮງ ​ທີ່​ເຮັດ​ໃຫ້​​ຄວາມ​ຂັດ​ແຍ້ງ​ ຮຸນ​ແຮງ​ຂຶ້ນ, ຈຸດ​ສຳ​ຄັນ​ແມ່ນຂຶ້ນ​ກັບ​ວ່າ ​ ມະ​ນຸດ​ສາ​ມາດ​ນຳ​ໃຊ້ ແລະບໍລິ​ຫານ​​ມັນ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ໄດ້ ຫລື ບໍ່.​ທຸກ​ປະ​ເທດຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມືເພື່ອ​ຮັບ​ປະ​ກັນ​ໃຫ້​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​​ຈະ​ເລີນ​ໃໝ່ ​ພັດ​ທະ​ນາ​ຕາມ​ທິດ​ທາງ​ທີ່​ສ້າງ​ຄວາມ​ສຸກ​ ໃຫ້​ແກ່ ມວນ​ມະ​ນຸດ ​ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ. ທ່ານ ຟູ້​ຊົ່ງ ກ່າວ​ຕື່ມ​ວ່າ:ສປ ຈີນ ​ຍິນ​ດີ​ຮ່ວມ​ມື​ ກັບ​ທຸກ​ຝ່າຍ, ຮ່ວມ​ກັນ​ສ້າງ​ລະ​ບົບ ​ການ​ບໍ​ລິ​ຫານ​ ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ໂລກ ​ທີ່​​ທ່ຽງທຳແລະ ສົມ​ເຫດ​ສົມ​ຜົນເພື່ອ​ເຮັດ​ໃຫ້​ການ​ປ່ຽນ​ແປງ​ ທາງ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ເພີ່ມ​ແຮງ​ຂັບ​ເຄື່ອນ ​ທີ່​ເຂັ້ມ​ແຂງ ​ເຂົ້າ​ໃນ​ພາ​ລະ​ກິດ​ ສັນ​ຕິ​ພາບແລະ ການ​ພັດ​ທະ​ນາ​ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່