ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 23:36ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສີ ຈິ້ນຜິງ ໃຫ້ການຊີ້ນຳ ທີ່ສຳຄັນຕໍ່ວຽກງານ ຂໍ້ກຳນົດພາຍໃນພັກ

ໂດຍ Mahaxan
· 2 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ທ່ານ ສີ ຈິ້ນຜິງ ໃຫ້ການຊີ້ນຳ ທີ່ສຳຄັນຕໍ່ວຽກງານ ຂໍ້ກຳນົດພາຍໃນພັກ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ ສີ ​ຈິ້ນ​ຜິງເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ,​ ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ສູນ​ກາງ​ຈີນໄດ້​ໃຫ້​ການ​ຊີ້​ນຳ​ ທີ່​ສຳ​ຄັນ​ຕໍ່​ ວຽກ​ງານ​​ຂໍ້​ກຳ​ນົດ ​ພາຍ​ໃນ​ພັກ, ໂດຍ​ເນັ້ນ​ໜັກ​ວ່າ:ຕ້ອງ​ຖື​ເອົາ​ແນວ​ຄິດ ​ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ ສປ ​ຈີນ ​ໃນ​ຍຸກ​ໃໝ່​ ເປັນ​ທິດ​ຊີ້​ນຳ, ລົງ​ເລິກ​ເຊື່ອມ​ຊຶມ ແລະຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ ການ​ກໍ່​ສ້າງ​ພັກ​ໃນ​ຍຸກ​ໃໝ່, ຕັ້ງ​ໃຈ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈິດ​ໃ​ຈ​ ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກໍ​າ​ມະ​ການ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX, ຍຶດ​ໝັ້ນ​ຖື​ເອົາ​ກາ​ນ​ບໍ​ລິ​ຫານ​ພັກ​ ຕາມ​ຂໍ້​ກຳ​ນົດ​ ເປັນວິ​ທີພື້ນ​ຖານ​ ຂອງ​ກາ​ນ​ຄຸ້​ມ​ຄອ​ງ​ພັກ-ບໍ​ລິ​ຫານ​ພັກ.ຕ້ອງ​ໃຫ້​ຄວາມສຳ​ຄັນຫລາຍກວ່າ​ເກົ່າ​ຕໍ່​ການ​ເຊື່ອມ​ໂຍງ​ ແລະປະ​ສານ​ສົມ​ທົບ​ກັນ​ລະ​ຫວ່າງ​​​ຂໍ້​ກຳ​ນົດພາຍ​ໃນ​ພັກ ແລະລະ​ບຽບກົດ​ໝາຍແຫ່ງ​ຊາດ, ເພື່ອ​ສະ​ໜອງການ​ຮັບ​ປະ​ກັນ ​ດ້ານ​ລະ​ບຽບ​ການ ທີ່​ເຂັ້ມ​ແຂງກວ່າ​ເກົ່າ ​ໃຫ້​ແກ່​ ການ​ຍຶດ​ໝັ້​ນ​ຊຸກ​ຍູ້ ​ການ​ບໍ​ລິ​ຫານ​ພັກ​ຢ່າງ​ເຂັ້ມ​ງວດ​ ຮອບ​ດ້ານ ​ໃຫ້​ສືບ​ຕໍ່​ຍາວ​ນານ  ແລະຮັບ​ປະ​ກັນ​ໃຫ້ພັກ​​ສືບ​ຕໍ່ ເປັນ​ແກນ​ກາງ​ນຳ​ພາ​ ທີ່​ເຂັ້ມ​ແຂງ​ຂອງ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ ສປ ຈີນ ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່