
ນ້ຳຖ້ວມເໝືອງຄຳເຖື່ອນໃນອິນໂດເນເຊຍ ເສຍຊີວິດ 13 ຄົນ ອີກ 13 ຄົນຄາດວ່າຍັງຕິດຄ້າງໃຕ້ດິນ

ວັນທີ 26 ພະຈິກ 2026 ເຈົ້າໜ້າທີ່ກູ້ໄພອິນໂດເນເຊຍ ເລັ່ງປະຕິບັດການຄົ້ນຫາຄົນງານທີ່ສູນຫາຍ ຫຼັງເກີດເຫດນ້ຳຖ້ວມເໝືອງຄຳຜິດກົດໝາຍ ໃນເຂດໂບກໍ ແຂວງຊວາຕາເວັນຕົກ ປະເທດອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ ແລະ ຄາດວ່າຍັງມີຄົນງານອີກ 13 ຄົນຕິດຄ້າງຢູ່ພາຍໃນເໝືອງ.

ເຫດການເກີດຂຶ້ນໃນຊ່ວງກາງຄືນວັນຈັນ ຂະນະທີ່ຄົນງານກຳລັງຂຸດຄົ້ນຫາເສດທອງຄຳຢູ່ພາຍໃນອຸໂມງເໝືອງ ກ່ອນທີ່ຝົນຕົກໜັກຈະເຮັດໃຫ້ແມ່ນ້ຳ Ciseureuh ເອີ່ລົ້ນຝັ່ງ ແລະ ນ້ຳໄຫຼທະລັກເຂົ້າຖ້ວມປ່ອງເໝືອງ ເຊິ່ງມີຄວາມເລິກປະມານ 100 ແມັດ ໃນເຂດພູທາງຕອນໃຕ້ຂອງກຸງຈາກາຕາ.
ພາຍຫຼັງເກີດເຫດ ຄົນງານເໝືອງ ແລະ ຊາວບ້ານໃນພື້ນທີ່ໄດ້ພະຍາຍາມຊ່ວຍກັນສູບນ້ຳອອກຈາກປ່ອງເໝືອງ ແຕ່ສະຖານະການກັບຮຸນແຮງຂຶ້ນ ຈົນບໍ່ສາມາດຄວບຄຸມໄດ້. ຕໍ່ມາ ທີມຄົ້ນຫາ ແລະ ກູ້ໄພໄດ້ເຂົ້າມາຊ່ວຍເຫຼືອ ໂດຍນຳໃຊ້ເຄື່ອງສູບນ້ຳແບບຈຸ່ມໃຕ້ນ້ຳ ເພື່ອລະບາຍນ້ຳອອກຈາກປ່ອງເໝືອງ ພ້ອມທັງພະຍາຍາມອຸດຊ່ອງທາງທີ່ນ້ຳໃຕ້ດິນໄຫຼຊຶມເຂົ້າມາ.

ເຈົ້າໜ້າທີ່ລະບຸວ່າ ການກູ້ໄພເປັນໄປດ້ວຍຄວາມຫຍຸ້ງຍາກ ເນື່ອງຈາກພາຍໃນເໝືອງມີນ້ຳຖ້ວມຂັງ ຊ່ອງທາງເຂົ້າອອກແຄບ ແລະ ສະພາບດິນບໍ່ໝັ້ນຄົງ ເຊິ່ງອາດເປັນອັນຕະລາຍຕໍ່ທັງຜູ້ປະສົບໄພ ແລະ ທີມກູ້ໄພ. ຂະນະທີ່ເຈົ້າໜ້າທີ່ຍັງຄົງດຳເນີນການຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ.
ທັງນີ້ ການເຮັດເໝືອງຄຳແບບບໍ່ເປັນທາງການ ຫຼື ຜິດກົດໝາຍ ພົບເຫັນໄດ້ທົ່ວໄປໃນອິນໂດເນເຊຍ ແລະ ເປັນແຫຼ່ງລາຍຮັບຂອງປະຊາຊົນຫຼາຍພັນຄົນ. ແຕ່ການຂຸດຄົ້ນໃນລັກສະນະດັ່ງກ່າວມັກຂາດມາດຕະການຄວາມປອດໄພ ເຮັດໃຫ້ຄົນງານຕ້ອງປະເຊີນກັບຄວາມສ່ຽງຈາກອຸບັດເຫດ ນ້ຳຖ້ວມ ແລະ ດິນຖະຫຼົ່ມ.

ທີ່ມາ: Reuters / Associated Press (AP), ລາຍງານວັນທີ 26 ພະຈິກ 2026.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













