
ນັບເປັນຄັ້ງທຳອິດ! ອຸນຫະພູມໂລກສ້າງສະຖິຕິໃໝ່ ສູງກວ່າລະດັບກ່ອນຍຸກອຸດສາຫະກຳ 2 ອົງສາ ຕິດຕໍ່ກັນ 6 ມື້

ອຸນຫະພູມສະເລ່ຍລາຍວັນທົ່ວໂລກພຸ່ງສູງຂຶ້ນສ້າງສະຖິຕິໃໝ່ ຫຼັງຈາກພົບວ່າອຸນຫະພູມຜິດໄປຈາກລະດັບສະເລ່ຍກ່ອນຍຸກອຸດສາຫະກຳຫຼາຍກວ່າ 2 ອົງສາເຊລຊຽສ ຕິດຕໍ່ກັນເປັນເວລາ 6 ມື້ ນັບເປັນຄັ້ງທຳອິດທີ່ມີການບັນທຶກປາກົດການດັ່ງກ່າວ.

ອຸນຫະພູມສະເລ່ຍລາຍວັນທົ່ວໂລກພຸ່ງສູງຂຶ້ນສ້າງສະຖິຕິໃໝ່ ໂດຍສູງກວ່າຄ່າສະເລ່ຍກ່ອນຍຸກອຸດສາຫະກຳ 2 ອົງສາເຊລຊຽສ ຕິດຕໍ່ກັນເປັນເວລາ 6 ມື້.
ເມື່ອວັນທີ 25 ພະຈິກ 2026 ລະບຸວ່າ ອຸນຫະພູມຜິດໄປຈາກຄ່າອ້າງອີງລະຫວ່າງປີ 1850–1900 ເກີນ 2 ອົງສາເຊລຊຽສຕິດຕໍ່ກັນ 6 ມື້ ໂດຍໃນວັນທີ 23 ພະຈິກ ອຸນຫະພູມຜິດໄປຈາກຄ່າສະເລ່ຍສູງເຖິງ 2.24 ອົງສາເຊລຊຽສ ສູງກວ່າສະຖິຕິເກົ່າທີ່ 2.05 ອົງສາເຊລຊຽສ ເຊິ່ງບັນທຶກໄວ້ໃນປີ 2023.
ນັກວິທະຍາສາດລະບຸວ່າ ການພຸ່ງສູງຂອງອຸນຫະພູມໃນຄັ້ງນີ້ ເກີດຈາກພາວະໂລກຮ້ອນທີ່ມີສາເຫດຫຼັກຈາກກິດຈະກຳຂອງມະນຸດ ໂດຍສະເພາະການເຜົາໄໝ້ເຊື້ອເພີງຟອດຊິວ ລວມທັງປັດໄຈຈາກປາກົດການເອລນີໂຍ (El Niño) ທີ່ກຳລັງມີກຳລັງແຮງ ແລະຄາດວ່າຈະເຂົ້າສູ່ຈຸດສູງສຸດໃນຊ່ວງລະຫວ່າງນີ້ຫາເດືອນມັງກອນ.
ດ້ານ Samantha Burgess ຜູ້ນຳດ້ານຍຸດທະສາດສະພາບອາກາດຂອງບໍລິການຕິດຕາມສະພາບອາກາດ Copernicus ຂອງສະຫະພາບເອີຣົບ ລະບຸວ່າ ອຸນຫະພູມທີ່ສູງຜິດປົກກະຕິໃນລະດັບນີ້ ສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງຂອງການປ່ຽນແປງສະພາບອາກາດ ແລະລະດັບຄວາມຮ້ອນທີ່ໂລກກຳລັງເຜີຍໃຫ້ເຫັນ.




ຄວາມຮ້ອນທີ່ເພີ່ມຂຶ້ນຍັງສົ່ງຜົນຕໍ່ລະບົບນິເວດ ໂດຍສະເພາະການເກີດພາວະໄພແຫ້ງແລ້ງ ແລະໄຟໄໝ້ປ່າໃນເຂດປ່າດົງດິບເຂດຮ້ອນ ເຊິ່ງອາດສົ່ງຜົນໃຫ້ປ່າໄມ້ມີຄວາມສາມາດໃນການດູດຊັບກາກບອນຫຼຸດລົງ ແລະຊ້ຳເຕີມພາວະໂລກຮ້ອນໃຫ້ຮຸນແຮງຂຶ້ນ.
ຢ່າງໃດກໍຕາມ ນັກວິທະຍາສາດເນັ້ນວ່າ ການທີ່ອຸນຫະພູມລາຍວັນສູງກວ່າ 2 ອົງສາເຊລຊຽສຕິດຕໍ່ກັນ 6 ມື້ ບໍ່ໄດ້ໝາຍຄວາມວ່າໂລກໄດ້ລະເມີດເປົ້າໝາຍຈຳກັດພາວະໂລກຮ້ອນຕາມສັນຍາປາຣີແລ້ວ ເນື່ອງຈາກການກຳນົດລະດັບພາວະໂລກຮ້ອນຕາມສັນຍາດັ່ງກ່າວ ຕ້ອງພິຈາລະນາຈາກຄ່າອຸນຫະພູມສະເລ່ຍໃນໄລຍະຍາວ ບໍ່ແມ່ນພຽງຂໍ້ມູນລາຍວັນ.
ສະຖິຕິດັ່ງກ່າວຈຶ່ງເປັນສັນຍານເຕືອນສຳຄັນຕໍ່ປະຊາຄົມໂລກ ໃຫ້ເລັ່ງຫຼຸດການປ່ອຍອາຍພິດເຮືອນແກ້ວ ພ້ອມທັງວາງມາດຕະການປັບຕົວຮັບມືກັບຄວາມຮ້ອນ ແລະຜົນກະທົບຈາກການປ່ຽນແປງສະພາບອາກາດທີ່ມີແນວໂນ້ມຮຸນແຮງຂຶ້ນໃນອະນາຄົດ.
ທີ່ມາ: The Guardian
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













