ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

"ໝໍທີມຊາດເດນມາກ" ເຄື່ອນໄຫວແລ້ວ ຫຼັງ "ອີຣິກເຊັນ" ລົ້ມໝົດສະຕິໃນລະຫວ່າງແຂ່ງຂັນ

ໂດຍ kalingອັບເດດ
· 6 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
"ໝໍທີມຊາດເດນມາກ" ເຄື່ອນໄຫວແລ້ວ ຫຼັງ "ອີຣິກເຊັນ" ລົ້ມໝົດສະຕິໃນລະຫວ່າງແຂ່ງຂັນ
ADadvertisement
ADadvertisement
ADadvertisement

“ໝໍທີມຊາດເດນມາກ” ຢືນຢັນ “ອີຣິກເຊັນ” ຟື້ນຄືນສະຕິໄດ້ໄວ ເຄື່ອງກະຕຸ້ນຫົວໃຈເຮັດວຽກປົກກະຕິ

ວັນທີ 8 ມິຖຸນາ 2569 — ຫຼັງຈາກທີ່ ຄຣິດສຕຽນ ອີຣິກເຊັນ ກອງກາງທີມຊາດເດນມາກ ລົ້ມໝົດສະຕິໃນສະໜາມ ໃນຊ່ວງນາທີທີ 65 ຂອງເກມອຸ່ນເຄື່ອງນັດທີ່ ເດນມາກ ພົບ ຢູເຄຣນ ເມື່ອຄືນທີ່ຜ່ານມານັ້ນ

ທີມໝໍໄດ້ເຂົ້າໄປກວດອາການ ແລະ ຮີບນຳຕົວ ອີຣິດເຊັນ ສົ່ງໂຮງໝໍ ຂະນະທີ່ຜູ້ຕັດສິນເປົ່າຢຸດການແຂ່ງຂັນທັນທີ.

ADadvertisement
ADadvertisement
ADadvertisement

ມໍດເຕັນ ໂບເຊັນ ໝໍປະຈຳທີມຊາດເດນມາກ ເປີດເຜີຍວ່າ ອີຣິດເຊັນ ສຸຫຼົບສະຕິໄດ້ພຽງຊົ່ວຄູ່ ກ່ອນຈະຟື້ນຄືນສະຕິໄດ້ຢ່າງໄວວາ ແລະ ສາມາດຍ່າງອອກຈາກສະໜາມໄດ້ດ້ວຍຕົນເອງ ພ້ອມລະບຸວ່າ ເຄື່ອງກະຕຸ້ນຫົວໃຈ ທີ່ຝັງຢູ່ໃນຮ່າງກາຍຂອງນັກເຕະໄດ້ເຮັດວຽກໄດ້ຢ່າງຖືກຕ້ອງ.

“ຄຣິດສຕຽນຢູ່ໃນສະພາບທີ່ດີ ແລະ ຝາກຄວາມຄິດຮອດໄປຍັງນັກເຕະທຸກຄົນ ພ້ອມບອກວ່າລາວໂອເຄ” — ໂບເຊັນ ກ່າວ

ຂະນະນີ້ ອີຣິດເຊັນ ຢູ່ລະຫວ່າງການເຂົ້າຮັບການກວດທີ່ໂຮງໝໍ ເພື່ອຫາສາເຫດທີ່ແທ້ຈິງຂອງເຫດການທີ່ເກີດຂຶ້ນ ໂດຍທີມໝໍຍັງສືບຕໍ່ຕິດຕາມອາການຢ່າງໃກ້ຊິດ.


ທັງນີ້ ອີຣິກເຊັນ ເຄີຍປະສົບເຫດຫົວໃຈຢຸດເຕັ້ນມາແລ້ວ ລະຫວ່າງເກມ ຢູໂຣ 2020 ທີ່ ເດນມາກ ພົບ ຟິນແລນດ໌ ຊຶ່ງໃນຄັ້ງນັ້ນລາວໄດ້ຮັບການຊ່ວຍຊີວິດໃນສະໜາມ ແລະ ຟື້ນຄືນສະຕິໄດ້ສຳເລັດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່