ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

W.I.G NAGA U10 ສ້າງປະຫວັດສາດ ຄວ້າແຊ້ມ ທີ່ ປະເທດສະເປນ ຊະນະ 7 ນັດລວດ

ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
W.I.G NAGA U10 ສ້າງປະຫວັດສາດ ຄວ້າແຊ້ມ ທີ່ ປະເທດສະເປນ ຊະນະ 7 ນັດລວດ
ADadvertisement
ADadvertisement
ADadvertisement

ທີມນັກເຕະເຍົາວະຊົນລາວ ລຸ້ນອາຍຸບໍ່ເກີນ 10 ປີ W.I.G NAGA U10 ໜຶ່ງດຽວຕົວແທນຈາກ ສປປ ລາວ ສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການເຕະບານເຍົາວະຊົນລາວ ສາມາດຄວ້າແຊ້ມລະດັບໂລກ ໃນການແຂ່ງຂັນລາຍການ MIC Football 7 ທີ່ເມືອງຄາຕາໂລເນຍ ປະເທດສະເປນ ລະຫວ່າງວັນທີ 12-14 ມິຖຸນາ 2026.

W.I.G NAGA U10 ສ້າງປະຫວັດສາດ ຄວ້າແຊ້ມ ທີ່ ປະເທດສະເປນ ຊະນະ 7 ນັດລວດ

ການແຂ່ງຂັນໃນລາຍການນີ້ມີທີມເຍົາວະຊົນເຂົ້າຮ່ວມທັງໝົດ 32 ທີມ ຈາກ 10 ປະເທດ (ແບ່ງອອກເປັນ 8 ກຸ່ມ). ໂດຍທັບ “ນາກນ້ອຍລາວ” W.I.G NAGA U10 ສ້າງຜົນງານທີ່ໂດດເດັ່ນ ດ້ວຍການລົງສະໜາມ 7 ນັດ ຊະນະທຸກນັດ, ຍິງໄດ້ທັງໝົດ 26 ປະຕູ ແລະ ເສຍພຽງ 5 ປະຕູເທົ່ານັ້ນ.

W.I.G NAGA U10 ສ້າງປະຫວັດສາດ ຄວ້າແຊ້ມ ທີ່ ປະເທດສະເປນ ຊະນະ 7 ນັດລວດ · ຮູບທີ 2

ການຄວ້າແຊ້ມຄັ້ງນີ້, ເຮັດໃຫ້ທີມເຍົາວະຊົນລາວຊຸດນີ້ ບໍ່ພຽງແຕ່ຄວ້າຖ້ວຍແຊ້ມລະດັບໂລກໃຫ້ແກ່ປະເທດຊາດເທົ່ານັ້ນ ແຕ່ຍັງໄດ້ຮັບຄຳຊົມເຊີຍຢ່າງຫລວງຫລາຍໃນການເອົາຊະນະທີມດັງ ແລະ ແຊ້ມເກົ່າຢ່າງ ບາເລນເຊຍ (Valencia FC) ໄດ້ເຖິງ 2 ຄັ້ງ ເຊິ່ງຖືເປັນການປະກາດສັກດາໃຫ້ທົ່ວໂລກໄດ້ເຫັນເຖິງທັກສະ ແລະ ສັກກະຍະພາບຂອງນັກເຕະເຍົາວະຊົນລາວໃນເວທີສາກົນ.

ADadvertisement
ADadvertisement
ADadvertisement
W.I.G NAGA U10 ສ້າງປະຫວັດສາດ ຄວ້າແຊ້ມ ທີ່ ປະເທດສະເປນ ຊະນະ 7 ນັດລວດ · ຮູບທີ 3

ຂ່າວຈາກ: W.I.G NAGA

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່