ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນອກແວ ຟອມໂຫດ! ຖະຫຼົ່ມ ອີຣັກ 4-1 ເກັບໄຊຊະນະຢ່າງສວຍງາມໃນ ບານໂລກ 2026

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ65 ຄັ້ງ
ນອກແວ ຟອມໂຫດ! ຖະຫຼົ່ມ ອີຣັກ 4-1 ເກັບໄຊຊະນະຢ່າງສວຍງາມໃນ ບານໂລກ 2026
ADadvertisement
ADadvertisement
ADadvertisement
ນອກແວ ຟອມໂຫດ! ຖະຫຼົ່ມ ອີຣັກ 4-1 ເກັບໄຊຊະນະຢ່າງສວຍງາມໃນ ບານໂລກ 2026

ເອີລິງ ຮາແລນ ກອງໜ້າຄົນເກັ່ງຈາກສະໂມສອນ ແມນເຊັດເຕີ ຊິຕີ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການເໝົາຄົນດຽວ 2 ປະຕູ ຊ່ວຍໃຫ້ທີມຊາດນອກແວ ໄລ່ຖະຫຼົ່ມ ທີມຊາດອີຣັກ ໄປແບບຂາດລອຍ 4-1 ປະຕູ ເກັບ 3 ຄະແນນໃນນັດທຳອິດ ພ້ອມທັງຂຶ້ນນຳຂອງກຸ່ມ I ໃນການແຂ່ງຂັນເຕະບານໂລກ 2026 ຮອບແບ່ງກຸ່ມ ໃນວັນທີ 16 ມິຖຸນາ 2026 ຕາມເວລາທ້ອງຖິ່ນ ຫຼື ກົງກັບເວລາ 5:00 ໂມງ ວັນທີ 17 ມິຖຸນາ ຕາມເວລາໃນ ສປປ ລາວ ທີ່ສະໜາມຈິວເລັດ ສະເຕດ້ຽມ ສະຫະລັດອາເມຣິກາ.

ນອກແວ ຟອມໂຫດ! ຖະຫຼົ່ມ ອີຣັກ 4-1 ເກັບໄຊຊະນະຢ່າງສວຍງາມໃນ ບານໂລກ 2026 · ຮູບທີ 2

ເກມການແຂ່ງຂັນ ເປັນນອກແວ ທີ່ໄດ້ປະຕູຂຶ້ນນຳໄປກ່ອນຈາກລູກຍິງຂອງ ເອີລິງ ຮາແລນ ໃນນາທີທີ 29. ແຕ່ທາງ ອີຣັກ ກໍມາໄດ້ປະຕູຕີສະເໝີເປັນ 1-1 ຈາກ ອາຍແມນ ຮຸດເຊນ ໃນນາທີທີ 39. ແນວໃດກໍຕາມ, ກ່ອນຈະຈົບເຄິ່ງເວລາທຳອິດພຽງ 2 ນາທີ ຮາແລນ ຄົນເດີມກໍມາ ຍິງປະຕູທີສອງຂອງຕົນເອງໃນນາທີທີ 43 ຊ່ວຍໃຫ້ ນອກແວ ຂຶ້ນນຳອີກຄັ້ງເປັນ 2-1.

ເຂົ້າສູ່ເຄິ່ງເວລາທີ 2, ນອກແວ ຍັງຄອງເກມໄດ້ເໜືອກວ່າ ແລະ ມາໄດ້ປະຕູຈາກ ເລໂອ ອອດຕິກາດ ໃນນາທີທີ 76. ໃນໄລຍະທ້າຍເກມ ກອງຫຼັງຂອງອີຣັກ ສະກັດບານພາດເຂົ້າປະຕູຕົນເອງ (Own Goal) ເຮັດໃຫ້ຈົບເກມ ນອກແວ ເອົາຊະນະ ອີຣັກ ໄປດ້ວຍສະກໍ້ 4-1.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 65 ຄັ້ງ
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່