ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂຄງການໂກໂກ້ 500 ເຮັກຕາ, ກ້າວໃໝ່ຂອງ ສປປ ລາວ ຕັ້ງເປົ້າຜູ້ນຳອຸດສາຫະກຳອາຊຽນ

ໂດຍ kaling
· 5 ເດືອນ ກ່ອນອ່ານ 2 ນາທີ72 ຄັ້ງ
ໂຄງການໂກໂກ້ 500 ເຮັກຕາ, ກ້າວໃໝ່ຂອງ ສປປ ລາວ ຕັ້ງເປົ້າຜູ້ນຳອຸດສາຫະກຳອາຊຽນ
ADadvertisement
ADadvertisement
ADadvertisement

ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດ, ສປປ ລາວ ກໍາລັງກ້າວຂຶ້ນເປັນໜຶ່ງໃນຜູ້ນຳອຸດສາຫະກຳໂກໂກ້ແຫ່ງໃໝ່ຂອງອາຊຽນ ຜ່ານໂຄງການລົງທຶນປູກໂກໂກ້ຄຸນນະພາບສູງ 500 ເຮັກຕາ ທີ່ແຂວງຫຼວງພະບາງ ແນໃສ່ສ້າງວຽກເຮັດງານທຳ, ເພີ່ມມູນຄ່າການສົ່ງອອກ ແລະ ພັດທະນາເສດຖະກິດຊຸມຊົນຢ່າງຍືນຍົງ.

ໂຄງການດັ່ງກ່າວໄດ້ຮັບການສຳປະທານທີ່ດິນຂອງລັດໃນເນື້ອທີ່ກວ້າງເຖິງ 500 ເຮັກຕາ, ເຊິ່ງປັດຈຸບັນໄດ້ສຳເລັດການປູກຕົ້ນໝາກໂກໂກ້ໄປແລ້ວກວ່າ 550,000 ຕົ້ນ ແລະ ຕົ້ນກາເຟອີກ 100,000 ຕົ້ນ ໂດຍຄາດວ່າຈະສາມາດເກັບກ່ຽວຜົນຜະລິດໄດ້ພາຍໃນໄລຍະເວລາ 5 ປີ.

ຂໍ້ມູນດັ່ງກ່າວ ຖືກລາຍງານໂດຍ ທ່ານ ເອກະພົດ ມີສະອາດ ປະທານໂຄງການພັດທະນາໂກໂກ້ຄຸນນະພາບສູງ ເມື່ອບໍ່ດົນມານີ້ໃນໂອກາດ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການພັດທະນາປູກຕົ້ນໝາກໂກໂກ້ຄຸນນະພາບສູງ ແລະ ເສດຖະກິດຊຸມຊົນແບບຢັ້ງຢືນ ຂອງ ບໍລິສັດ ຢູນີເທັກ ທີ່ບ້ານຫ້ວຍອອນ ເມືອງຈອມເພັດ ແຂວງຫຼວງພະບາງ. ຕາມການລາຍງານຂອງ ໂທລະພາບແຂວງຫຼວງພະບາງ.

ADadvertisement
ADadvertisement
ADadvertisement

ທ່ານ ເອກະພົດ ມີສະອາດ ໄດ້ລາຍງານຄວາມຄືບໜ້າແກ່ຄະນະນຳໂດຍເນັ້ນໜັກວ່າ: “ໂຄງການມີວິໄສທັດ ແລະ ເປົ້າໝາຍ ພັດທະນາຫຼວງພະບາງສູ່ສູນກາງການຜະລິດໂກໂກ້ ໃຫ້ມີຄຸນນະພາບສູງ ໃນ ສປປ ລາວ ແລະ ເປັນໜຶ່ງໃນຜູ້ນຳອຸດສາຫະກຳໂກໂກ້ແຫ່ງໃຫມ່ຂອງອາຊຽນ”.

ນອກຈາກການຜະລິດແລ້ວ, ເປົ້າໝາຍຫຼັກຂອງໂຄງການຍັງກວມເອົາການສ້າງອຸດສາຫະກຳໂກໂກ້ມູນຄ່າສູງ, ການສ້າງວຽກເຮັດງານທຳເພື່ອແກ້ໄຂຄວາມທຸກຍາກ, ການສົ່ງເສີມກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການເຊື່ອມໂຍງສວນໂກໂກ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງການກະເສດທີ່ສຳຄັນຂອງແຂວງອີກດ້ວຍ.

ການຊຸກຍູ້ອຸດສາຫະກຳໂກໂກ້ໃນໄລຍະນີ້ຖືວ່າສອດຄ່ອງກັບທ່າອ່ຽງ ແລະ ໂອກາດຂອງຕະຫຼາດໂລກຢ່າງຍິ່ງ ເນື່ອງຈາກຕະຫຼາດໂກໂກ້ກຳລັງປະເຊີນກັບພາວະການຂາດແຄນການສະໜອງຢ່າງໜັກຈາກກຸ່ມຜູ້ຜະລິດລາຍໃຫຍ່ໃນທະວີບອາຟຣິກາຕາເວັນຕົກ ຍ້ອນບັນຫາສະພາບອາກາດປ່ຽນແປງ ແລະ ພະຍາດພືດ. 

ອີງຕາມການປະເມີນຫຼ້າສຸດຂອງອົງການຄົ້ນຄວ້າຕະຫຼາດ IMARC Group ບໍລິສັດທີ່ປຶກສາ ແລະ ວິໄຈຕະຫຼາດ ຊັ້ນນຳລະດັບໂລກ ເຫັນວ່າອຸດສາຫະກຳໂກໂກ້ທົ່ວໂລກມີມູນຄ່າສູງເຖິງ 16.88 ຕື້ໂດລາສະຫະລັດໃນປີ 2025 ແລະ ຍັງສືບຕໍ່ມີຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງໄວວາ. 

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 72 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່