
ເຍົາວະຊົນລາວ ຄວ້າຫຼຽນທອງແດງ ໝາກເສິກສາກົນ ລາຍການແຂ່ງຂັນ Chess Championships ຄັ້ງທີ່ 24 ທີ່ປະເທດ ສິງກະໂປ.
J
ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ52 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:49

ຂໍສະແດງຄວາມຍິນດີນຳນ້ອງໆນັກກິລາໝາກເສິກເຍົາວະຊົນລາວ ທີ່ຄວ້າອັນດັບ 3 ສາມາດຍາດໄດ້ຫຼຽນທອງແດງ ເປັນຄັ້ງທຳອິດທີ່ເຂົ້າຮ່ວມການແຂ່ງຂັນກິລາໝາກເສິກສາກົນ ໃນລາຍການແຂ່ງຂັນ Chess Championships ຄັ້ງທີ່ 24 ທີ່ປະເທດ ສິງກະໂປ ເຖິງເປັນບາດກ້າວໜຶ່ງທີ່ຍິ່ງໃຫ່ຍໃນການເປີດປະຕູໃຫ້ແກ່ນັກກິລາໝາກເສິກຂອງປະເທດລາວໃຫ່ເສີດສາຍໃນລະດັບສາກົນ.



ຂໍຊົມເຊີຍຄວາມມຸ່ງໝັ້ນ, ຄວາມພະຍາຍາມ ແລະ ຄວາມເກັ່ງກາດຂອງນ້ອງໆ ທຸກຄົນທີ່ສ້າງຊື່ສຽງ ແລະ ຮອຍຍິ້ມໃຫ້ກັບປະເທດຊາດ. ບາດກ້າວນີ້ຈະເປັນແຮງບັນດານໃຈອັນສຳຄັນໃຫ້ກັບເຍົາວະຊົນລາວໃນການກ້າວສູ່ລະດັບໂລກຕໍ່ໄປ!
ພາບ: Tou Khamphinay
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 52 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14849
‹ ກັບໄປໝວດກິລາ
ອ່ານຕໍ່













