ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 3 ນາທີ58 ຄັ້ງ
ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ
ADadvertisement
ADadvertisement
ADadvertisement

ຄະນະນັກກິລາບານເຕະເຍົາວະຊົນ ສະໂມສອນ ມັດສະດ້າ ຈີບີ ເອັບຊີ (Mazda GB FC) ຊຸດປະວັດສາດທີ່ຄວ້າແຊ້ມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ U12 Junior Soccer World Challenge 2026 ຢູ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 21–24 ສິງຫາ 2026 ໄດ້ເດີນທາງກັບຄືນເຖິງ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໃນວັນທີ 27 ສິງຫານີ້. ເຊິ່ງການເດີນທາງກັບຄືນໃນຄັ້ງນີ້ ຄະນະນັກກິລາຕ້ອງຕໍ່ຖ້ຽວບິນເຖິງ 3 ຄັ້ງ ໂດຍອອກຈາກປະເທດຍີ່ປຸ່ນ ແວ່ນອນພັກຢູ່ອິນໂດເນເຊຍ 1 ຄືນ, ຈາກນັ້ນບິນຕໍ່ມາທີ່ປະເທດໄທ ນອນພັກ 1 ຄືນ ແລະ ເດີນທາງດ້ວຍລົດຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ I ເຂົ້າມາສູ່ນະຄອນຫຼວງວຽງຈັນ.

ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ

ເມື່ອມາເຖິງ, ໄດ້ມີຂະບວນຕ້ອນຮັບຢ່າງສົມກຽດຢູ່ທີ່ສວນປະຕູໄຊ ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ, ສະຫະພັນບານເຕະນະຄອນຫຼວງວຽງຈັນ, ພາກສ່ວນກ່ຽວຂ້ອງ, ຍາດຕິພີ່ນ້ອງ, ແຟນບານ ແລະ ສື່ມວນຊົນ ທີ່ມາຮ່ວມສະແດງຄວາມປີຕິຍິນດີ ແລະ ຊົມເຊີຍຜົນງານອັນຍິ່ງໃຫຍ່ຂອງທັບນັກກິລາເຍົາວະຊົນລາວຢ່າງຄຶກຄື້ນ.

ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ

ສຳລັບຜົນງານຂອງ U12 ມັດສະດ້າ ຈີບີ ເອັບຊີ ໃນຄັ້ງນີ້ ຖືເປັນການສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການບານເຕະລາວ ໂດຍເປັນອີກໜຶ່ງສະໂມສອນຈາກ ສປປ ລາວ ທີ່ສາມາດຄວ້າແຊ້ມລາຍການລະດັບໂລກນີ້ມາຄອງໄດ້. ເສັ້ນທາງສູ່ຖ້ວຍລາງວັນບໍ່ແມ່ນເລື່ອງງ່າຍ ເພາະຕ້ອງຜ່ານຮອບຄັດເລືອກລະດັບອາຊຽນ ຢູ່ທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນຕົ້ນເດືອນມິຖຸນາທີ່ຜ່ານມາ. ຈາກນັ້ນ, ໃນຮອບສຸດທ້າຍທີ່ແຂວງຈິບະ (Chiba) ປະເທດຍີ່ປຸ່ນ ເຂົາເຈົ້າສາມາດສະແດງຟອມຫຼິ້ນອັນໂດດເດັ່ນ ໂດຍຊະນະ 6 ນັດລວດ ຕັ້ງແຕ່ຮອບແບ່ງກຸ່ມ, ຍິງໄດ້ 16 ປະຕູ ແລະ ເສຍພຽງ 3 ປະຕູເທົ່ານັ້ນ. ໃນນີ້ຮອບແບ່ງກຸ່ມ ຊະນະ ຊາງັນ ໂທສຸ (Sagan Tosu / ຍີ່ປຸ່ນ) 3-0 ແລະ ຊະນະ ເອັບຊີ ປໍຕ້າ (FC Porta / ຍີ່ປຸ່ນ) 1-0. ສ່ວນໃນ ຮອບ 16 ທີມສຸດທ້າຍ ຊະນະ ອາກຸງ ໂປໂດໂມໂຣ (Agung Podomoro / ອິນໂດເນເຊຍ) 3-0; ຮອບ 8 ທີມສຸດທ້າຍ ຊະນະ ເຈັບ ຢູໄນເຕັດ ຊິບະ (JEF United Chiba / ຍີ່ປຸ່ນ) 3-0; ຮອບ 4 ທີມສຸດທ້າຍ ຊະນະ ຊິບະ ເອັບເອ (Chiba FA / ທີມຊາດເຍົາວະຊົນຍີ່ປຸ່ນ) 3-1; ຮອບຊິງຊະນະເລີດ ຊະນະ ບາເຊໂລນາ (FC Barcelona / ແອັດສະປາຍ) 3-2 ໂດຍສາມາດພິກກັບມາຊະນະໄດ້ ຫຼັງຈາກຕາມຫຼັງກ່ອນ 0-2.

ADadvertisement
ADadvertisement
ADadvertisement
ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ

ສະໂມສອນ ມັດສະດ້າ ຈີບີ ເອັບຊີ ສ້າງຕັ້ງຂຶ້ນໃນປີ 2006, ເປັນສະໂມສອນທີ່ມຸ່ງໝັ້ນພັດທະນານັກກິລາຕັ້ງແຕ່ລະດັບອານຸຊົນ ຮຸ່ນອາຍຸ U10, U12, U14, U16, U19 ຈົນຮອດທີມຊຸດໃຫຍ່ທີ່ແຂ່ງຂັນໃນ ເປບຊີ ລາວລີກ 1 (Pepsi Lao League 1). ສະໂມສອນນີ້ຖືເປັນແບບຢ່າງໃນການຮ່ວມສ້າງບຸກຄະລາກອນບານເຕະແຖວໜ້າຂອງປະເທດ ເພື່ອສານຝັນນັກກິລາສູ່ເສັ້ນທາງອາຊີບ ແລະ ຮັບໃຊ້ທີມຊາດໃນອະນາຄົດ.

ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ

ສໍາລັບການແຂ່ງຂັນບານເຕະເຍົາວະຊົນ U12 Junior Soccer World Challenge ໄດ້ຈັດຂຶ້ນມາຕັ້ງແຕ່ປີ 2013 ແລະ ຖືກຍົກຍ້ອງໃຫ້ເປັນໜຶ່ງໃນລາຍການເຍົາວະຊົນຊັ້ນນໍາຂອງໂລກ ທີ່ມີສະໂມສອນຊື່ດັງລະດັບໂລກເຂົ້າມາຮ່ວມແຂ່ງຂັນ. ສະນັ້ນ, ຜົນສຳເລັດຂອງ ມັດສະດ້າ ຈີບີ ເອັບຊີ ໃນຄັ້ງນີ້ ຈຶ່ງເປັນຂີດໝາຍປະຫວັດສາດທີ່ສະແດງໃຫ້ເຫັນເຖິງສັກກະຍະພາບຂອງເຍົາວະຊົນລາວ ແລະ ສ້າງຊື່ສຽງໃຫ້ທົ່ວໂລກໄດ້ຮູ້ຈັກ ສປປ ລາວ ຫຼາຍຂຶ້ນ.

ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ
ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ
ຕ້ອນຮັບຢ່າງສົມກຽດ "U12 ມາສດ້າ ຈີບີ" ກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າແຊ້ມທີ່ປະເທດຍີ່ປຸ່ນ

ພາບ-ຂ່າວໂດຍ: ສົງການ ພັນແພງດີ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່