ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເສດຖະກິດຫວຽດນາມໃນເດືອນສິງຫາ ມີການຫັນປ່ຽນທີ່ຕັ້ງໜ້າ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ32 ຄັ້ງ
ເສດຖະກິດຫວຽດນາມໃນເດືອນສິງຫາ ມີການຫັນປ່ຽນທີ່ຕັ້ງໜ້າ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕເລກໂດຍກົມສະຖິຕິ ກະຊວງການເງິນ ຫວຽດນາມ ປະກາດໃນວັນທີ 3 ກັນຍາ ຜ່ານມາ, ສະພາບການພັດທະນາເສດຖະກິດ ຫວຽດນາມ ໃນເດືອນສິງຫາປີ 2026 ມີຄວາມຄືບໜ້າ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນບັນດາຂົງເຂດ ການດຶງດູດເງິນລົງທຶນຂອງຕ່າງປະເທດ, ການທ່ອງທ່ຽວ, ການພັດທະນາອຸດສາຫະກຳ.

ຂ່າວລະບຸວ່າ: ໃນເດືອນສິງຫາປີ 2026, ຍອດລາຍຮັບງົບປະມານແຫ່ງລັດຄາດວ່າບັນລຸ 5.77 ຕື້ໂດລາ. ການຜະລິດອຸດສາຫະກຳສືບຕໍ່ຮັກສາທ່າເຕີບໂຕທີ່ຕັ້ງໜ້າ. ໄລ່ລວມໃນ 8 ເດືອນຂອງປີ 2026, ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນເປັນ 11.9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງແມ່ນລະດັບສູງກວ່າໝູ່ຂອງ 8 ເດືອນ ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນໆໃນຫຼາຍປີຜ່ານມາ.

ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດຶງດູດໃຈສຳລັບນັກທ່ອງທ່ຽວສາກົນ ສະແດງອອກດ້ວຍໂຕເລກ 1.99 ລ້ານເທື່ອຄົນມາຫວຽດນາມໃນເດືອນຜ່ານມາ. ໄລ່ລວມໃນ 8 ເດືອນຂອງປີ 2026, ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 15.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ແມ່ນຈຳນວນນັກທ່ອງທ່ຽວມາ ຫວຽດນາມ ສູງທີ່ສຸດໃນ 8 ເດືອນຂອງບັນດາຫຼາຍປີຜ່ານມາ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່