
ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊ

ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບລວມໄພພິບັດທຳມະຊາດໃນລະດູຝົນທີ່ຜ່ານມາ ຊຶ່ງໄດ້ເຮັດໃຫ້ມີ 5 ເມືອງໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ເສຍຫາຍທັງໝົດ 293 ກວ່າຕື້ກີບ ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ລະບົບນ້ຳປະປາ, ຕາຂ່າຍໄຟຟ້າ, ໂຮງໝໍ ແລະ ໂຮງຮຽນ. ພ້ອມກັນນັ້ນ, ແຂວງກໍໄດ້ເອົາໃຈໃສ່ແກ້ໄຂຟື້ນຟູພື້ນຖານໂຄງລ່າງສຳເລັດໂດຍພື້ນຖານ.
ຈາກນັ້ນ, ທ່ານປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບລວມ, ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ທ່ານຮອງປະທານ ສນຊ ໄດ້ຮັບຊາບ ໂດຍໄດ້ຍົກໃຫ້ເຫັນວ່າ: ແນວລາວສ້າງຊາດແຂວງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ນິຕິກຳຕ່າງໆໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ, ປຸກລະດົມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ທັງໝົດ 434 ບ້ານ ແລະ 7 ເມືອງໄດ້ຮັບການປະກາດເປັນເມືອງສາມັກຄີປອງດອງເທົ່າກັບ 100%. ພ້ອມກັນນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນການແກ້ໄຂ, ໄກ່ເກ່ຍບັນຫາຂໍ້ຂັດແຍ່ງຕ່າງໆຕື່ມອີກ.
ໃນໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນທີ່ແນວລາວສ້າງຊາດແຂວງອຸດົມໄຊຍາດມາໄດ້ ແລະ ທ່ານໄດ້ເນັ້ນໃຫ້ແນວລາວສ້າງຊາດແຂວງສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ເສີມຂະຫຍາຍ 4 ກວ່າເກົ່າຂອງແນວລາວສ້າງຊາດ ຄື: ບຸກທະລຸກວ່າເກົ່າ, ເລິກເຊິ່ງກວ່າເກົ່າ, ຫັນປ່ຽນກວ່າເກົ່າ ແລະ ກວ້າງຂວາງກວ່າເກົ່າ; ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານຕິດຕາມກວດກາ ແລະ ວຽກງານການທູດປະຊາຊົນ; ລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ສືບຕໍ່ປຸກລະດົມຄວາມສາມັກຄີໃຫ້ແໜ້ນແຟ້ນ.
ຂ່າວ-ພາບ: ສນຊ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







