
ເມືອງວັງວຽງຊີ້ແຈ້ງ! ເຫດນໍ້າຊອງຂຸ່ນ ຍ້ອນຝົນຕົກດິນເຈື່ອນຈາກການຕັດທາງໃໝ່

ເມືອງວັງວຽງຊີ້ແຈ້ງ! ສາເຫດເຮັດໃຫ້ນໍ້າຊອງຂຸ່ນ ຍ້ອນມີການຕັດທາງໄປຫາແຫລ່ງທ່ອງທ່ຽວຝົນຕົກເຮັດໃຫ້ດິນເຈື່ອນ ລົງສາຂານໍ້າຊອງ
ຫ້ອງການໂຄສະນາ ເມືອງວັງວຽງ ແຂວງວຽງຈັນ ລາຍງານວັນທີ 3 ພະຈິກ 2026 ວ່າ: ນໍ້າຊອງແມ່ນ ແມ່ນໍ້າທີ່ມີຕົ້ນກໍາເນີດຈາກ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ, ເຊິ່ງປະກອບມີນ້ຳຫ້ວຍຫລາຍສາຍ ໄຫລໂຮມເຂົ້າກັນ ເຊັ່ນ: ຫ້ວຍນໍ້າຕາກວາງ, ຫ້ວຍນາງນີ, ຫ້ວຍນໍ້ານ້ອຍ, ຫ້ວຍຫີນໂງ່ນ ແລະ ແມ່ນໍ້າສະແນນ. ບັນດາສາຍນໍ້າຫ້ວຍເຫລົ່ານັ້ນ ເປັນສາຂາ ຂອງນໍ້າຊອງ, ນອນຢູ່ເຂດບ້ານໜອງພູນໄຊ, ຕາແສງວາປີ, ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຂດແດນ ຕິດກັບເມືອງວັງວຽງ ແຂວງວຽງຈັນ.

ຈາກການໃຫ້ຂໍ້ມູນເບື້ອງຕົ້ນຂອງຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງ ແລະ ປະຊາຊົນ ບ້ານນາຂວາງ ກ່ຽວກັບນ້ຳຊອງຂຸ່ນ ສາເຫດຫລັກແມ່ນຍ້ອນຝົນຕົກຢູ່ບໍລິເວນເຂດຫົວນ້ຳຊອງ; ມາຮອດວັນທີ 31 ຕຸລາຜ່ານມາ ຫາ 1 ພະຈິກນີ້, ຄະນະຈຸດສຸມ ຖິ່ນອ່ອນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະພາບຕົວຈິງ ຂອງຫ້ວຍນໍ້າທີ່ເປັນສາຂາ ຂອງນໍ້າຊອງ ຄື: ຫ້ວຍນາງນີ, ຫ້ວຍຫີນໂງ່ນ ແລະ ນໍ້າສະແນນ ທີ່ໄຫລມາຈາກເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຫັນນໍ້າເປັນສີແດງຂຸ່ນ ເຊິ່ງບໍ່ແມ່ນເກີດຈາກທໍາມະຊາດໂດຍກົງ; ແຕ່ເປັນການບຸກເບີກເສັ້ນທາງ ໄປຫາແຫລ່ງທ່ອງທ່ຽວຫ້ວຍໄຄ ຜ່ານນ້ຳເປາະ ບ້ານນາແຄ ເມືອງວັງວຽງ.
ສະຫລຸບແລ້ວສາເຫດຫລັກທີ່ເຮັດໃຫ້ນໍ້າຊອງຂຸ່ນແມ່ນຍ້ອນມາຈາກ:
– ການຕັດທາງ (ທະລຸທາງ) ເວລາຝົນຕົກຈຶ່ງເຮັດໃຫ້ດີນເຈື່ອນ ຫລື ດີນເປື່ອຍໄຫລລົງສູ່ບັນດາຫ້ວຍນ້ຳທີ່ເປັນສາຂາຂອງນ້ຳຊອງ ແລ້ວໄຫລລົງສູ່ນ້ຳຊອງໂດຍກົງ, ເຊິ່ງເຮັດໃຫ້ນ້ຳຊອງເປັນສີແດງຂຸ້ນ
– ການຕັດທາງໄປຫາແຫລ່ງທ່ອງທ່ຽວຕາດຫ້ວຍໄຄ ເຂດບ້ານນາແຄເມືອງວັງວຽງ ເວລາມີຝົນຕົກເຮັດໃຫ້ດີນເຈື່ອນ ຫລື ດີນເປື່ອຍໄຫລລົງສູ່ຫ້ວຍນ້ຳເປາະ ແລ້ວໄຫລລົງສູ່ນ້ຳຊອງ
ທັງໝົດເປັນສາເຫດຫລັກທີ່ເຮັດໃຫ້ນ້ຳຊອງຂຸ່ນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ເປັນຫຍັງນ້ອງໝາຂອງທ່ານຈຶ່ງມັກກິນຫຍ້າ?ສາເຫດ…
29 ນາທີກ່ອນ



