
ເຫດສະຫຼົດໃຈ! ນັກທ່ອງທ່ຽວຄົນອິນເດຍເສຍຊີວິດ ຫລັງເຮລິຄອບເຕີ 2 ລຳປະສານງານກັນຕົກຂະນະກຽມລົງຈອດບໍລິເວນຖານພູເອເວີເຣສ ປະເທດເນປານ.
J
ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ7 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:08

ເຮລິຄອບເຕີ 2 ລຳຂອງບໍລິສັດເອກະຊົນ ປະສານງານກັນຕົກຂະນະກຽມລົງຈອດບໍລິເວນຖານພູເອເວີເຣສ ໃນປະເທດເນປານ ສົ່ງຜົນໃຫ້ນັກທ່ອງທ່ຽວຊາວອິນເດຍເສຍຊີວິດ 1 ຄົນ ແລະຊາວນິວຊີແລນບາດເຈັບ 1 ຄົນ.

ເຫດການເກີດຂຶ້ນໃນເຂດໂຊລຸຄຸມບູ ໂດຍເຮລິຄອບເຕີທັງສອງລຳເປັນຂອງບໍລິສັດ Fishtail Air ແລະ Dynasty Air. ຂະນະເກີດເຫດ ເຮລິຄອບເຕີລຳໜຶ່ງກຳລັງຂົນສົ່ງນັກທ່ອງທ່ຽວອອກຈາກພື້ນທີ່ເອເວີເຣສ ສ່ວນອີກລຳບັນທຸກສິນຄ້າແລະສຳພາລະ.
ຜູ້ບາດເຈັບຊາວນິວຊີແລນໄດ້ຮັບການຊ່ວຍເຫຼືອອອກຈາກຈຸດເກີດເຫດແລ້ວ ຂະນະທີ່ສາເຫດຂອງອຸບັດຕິເຫດຍັງຢູ່ໃນຂັ້ນຕອນການສືບສວນ.
ເຫດການນີ້ເກີດຂຶ້ນໃນຊ່ວງລະດູທ່ອງທ່ຽວ ແລະປີນພູທີ່ຄຶກຄື້ນຂອງເນປານ ເຊິ່ງມີນັກປີນພູແລະນັກທ່ອງທ່ຽວຈຳນວນຫຼາຍເດີນທາງໄປຍັງເຂດພູເອເວີເຣສ.
ທີ່ມາ: Channel News Asia
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 3 ຄັ້ງຖືກໃຈ 7 ຄັ້ງ
mahaxan.com/23564
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່







