
ເກີດເຫດລະເບີດເທິງເກາະເຄຊມ ຂອງອີຣານ ຂະນະສື່ສະຫະລັດລາຍງານວ່າ ສະຫະລັດເປີດປະຕິບັດການໂຈມຕີໃນຊ່ອງແຄບຮໍມຸຊ

ເກີດເຫດລະເບີດຫຼາຍຄັ້ງຢູ່ເກາະເຄຊມ (Qeshm Island) ແລະ ເມືອງທ່າເຮືອຂອງອີຣ່ານ ໃກ້ຊ່ອງແຄບຮໍມຸດ ຂະນະສື່ສະຫະລັດລາຍງານວ່າ ກອງທັບສະຫະລັດເປີດປະຕິບັດການ “ໂຈມຕີເພື່ອປ້ອງກັນຕົນເອງ” ຫຼັງກອງກຳລັງພິທັກການປະຕິວັດອີຣ່ານຍິງໃສ່ເຮືອບິນສະຫະລັດ ທ່າມກາງສະຖານະການຕຶງຄຽດ ແລະການຈັບຕາເບິ່ງການເລືອກຕັ້ງກາງສະໄໝຂອງສະຫະລັດ.

ສຳນັກຂ່າວແຫ່ງຊາດອີຣ່ານລາຍງານວ່າ ເກີດສຽງລະເບີດດັງຂຶ້ນຫຼາຍຄັ້ງຕິດຕໍ່ກັນຢູ່ເກາະເກຊມ ທາງພາກໃຕ້ຂອງອີຣ່ານ ໃກ້ກັບຊ່ອງແຄບຮໍມຸດ ໃນຊ່ວງຄ່ຳວັນຈັນ ທີ 2 ພະຈິກ ຜ່ານມາ. ພະຍານໃນເຫດການລະບຸວ່າ ເຫັນເຮືອບິນ 2 ລຳບິນຢູ່ເໜືອເກາະດັ່ງກ່າວ. ຂະນະທີ່ສຳນັກຂ່າວຟາຣສລາຍງານວ່າ ມີສຽງລະເບີດດັງຂຶ້ນໃນເມືອງທ່າເຮືອບັນດາເລນເກະ ໂດຍສຽງລະເບີດມາຈາກທິດທາງທະເລ.
ໜັງສືພິມວໍລສະຕຣີດເຈີນນັລລາຍງານໂດຍອ້າງອີງແຫຼ່ງຂ່າວຈາກເຈົ້າໜ້າທີ່ສະຫະລັດວ່າ ກອງທັບສະຫະລັດເປັນຜູ້ດຳເນີນການໂຈມຕີດັ່ງກ່າວ. ເຈົ້າໜ້າທີ່ບາງຄົນລະບຸວ່າ ເປັນການໂຈມຕີເພື່ອປ້ອງກັນຕົນເອງ ໂດຍມີເປົ້າໝາຍຈຳກັດຂີດຄວາມສາມາດຂອງອີຣ່ານໃນການໂຈມຕີເຮືອພານິດທີ່ແລ່ນຜ່ານຊ່ອງແຄບຮໍມຸດ. ພ້ອມລະບຸວ່າ ສະຫະລັດຕັ້ງໃຈດຳເນີນການຢ່າງບໍ່ເປີດເຜີຍ ເພື່ອບໍ່ໃຫ້ຖືກມອງວ່າເປັນການກັບມາເປີດສົງຄາມຄັ້ງໃຫຍ່ອີກຄັ້ງ.
ທາງດ້ານສຳນັກຂ່າວເອພີລາຍງານໂດຍອ້າງອີງເຈົ້າໜ້າທີ່ສະຫະລັດວ່າ ກອງທັບສະຫະລັດໄດ້ໂຈມຕີເປົ້າໝາຍຂອງອີຣ່ານໃນບໍລິເວນຊ່ອງແຄບຮໍມຸດ ໂດຍເປົ້າໝາຍແມ່ນກຸ່ມຊາວອີຣ່ານທີ່ໃຊ້ລູກສອນໄຟຈາກພື້ນດິນສູ່ອາກາດ ໂຈມຕີຊັບສິນທາງທະຫານຂອງສະຫະລັດ.
ຂະນະທີ່ນັກຂ່າວສຳນັກຂ່າວຟັອກສ໌ ແລະເວັບໄຊອັກຊິອອສລະບຸວ່າ ການໂຈມຕີຄັ້ງນີ້ເກີດຂຶ້ນເພື່ອຕອບໂຕ້ກໍລະນີທີ່ກອງກຳລັງພິທັກການປະຕິວັດອິດສະລາມຂອງອີຣ່ານ ຍິງໃສ່ເຮືອບິນສະຫະລັດໃນບໍລິເວນຊ່ອງແຄບຮໍມຸດ ໃນວັນຈັນ ທີ 2 ພະຈິກ. ແນວໃດກໍຕາມ ນັກຂ່າວສຳນັກຂ່າວຟັອກສ໌ລະບຸວ່າ ເຫດການນີ້ບໍ່ໄດ້ໝາຍຄວາມວ່າສະຫະລັດກຳລັງເລີ່ມຂະຫຍາຍຂອບເຂດການໂຈມຕີ.
ທັງນີ້ ຍັງບໍ່ມີຄຳຊີ້ແຈງຢ່າງເປັນທາງການຈາກລັດຖະບານອີຣ່ານ ຫຼືສະຫະລັດ. ຂະນະທີ່ກ່ອນໜ້ານີ້ໃນມື້ດຽວກັນ ກອງກຳລັງພິທັກການປະຕິວັດອິດສະລາມອ້າງວ່າ ໄດ້ໃຊ້ລະບົບສົງຄາມອິເລັກໂຕຣນິກເຂົ້າຄວບຄຸມອາກາດຍານບໍ່ມີຄົນຂັບສຳລັບລາດຕະເວນຂອງສະຫະລັດ 2 ລຳ ທາງຕອນໃຕ້ຂອງເກາະເກຊມ ແລະໄດ້ທຳລາຍອາກາດຍານບໍ່ມີຄົນຂັບລຸ້ນເອັມຄິວ-9 ທາງຕາເວັນອອກຂອງຊ່ອງແຄບຮໍມຸດ.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນກ່ອນການເລືອກຕັ້ງກາງສະໄໝຂອງສະຫະລັດ ເຊິ່ງພັກຣີພັບລິກັນຂອງປະທານາທິບໍດີໂດນັລ ທຣຳ ກຳລັງແຂ່ງຂັນເພື່ອຮັກສາສຽງຂ້າງຫຼາຍໃນສະພາຜູ້ແທນລາຊະດອນ ແລະວຸດທິສະພາ. ນອກຈາກນັ້ນ ເຫດການຍັງເກີດຂຶ້ນໃນຊ່ວງທີ່ຄວາມພະຍາຍາມທາງການທູດເພື່ອປ້ອງກັນບໍ່ໃຫ້ເກີດການໂຈມຕີອີຣ່ານຄັ້ງໃໝ່ ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ.
ທ່ານໂດນັລ ທຣຳ ໄດ້ເຜີຍແຜ່ຂໍ້ຄວາມຜ່ານສື່ສັງຄົມທຣູດໂຊຊຽວໃນວັນຈັນວ່າ ລາຄານ້ຳມັນຫຼຸດລົງເກືອບ 10 ໂດລາຕໍ່ຖັງ ເຊິ່ງເປັນລະດັບການຫຼຸດລົງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເນື່ອງຈາກຕະຫຼາດເຊື່ອວ່າຈະບໍ່ເກີດສົງຄາມກັບອີຣ່ານ. ພ້ອມລະບຸວ່າ ອີຣ່ານຕ້ອງການບັນລຸຂໍ້ຕົກລົງໂດຍໄວ ແລະອາດຈະສາມາດບັນລຸຂໍ້ຕົກລົງໄດ້ໃນໄວໆນີ້. ນອກຈາກນີ້ ເມື່ອນັກຂ່າວຖາມວ່າ ລາວກຳລັງພິຈາລະນາໂຈມຕີອີຣ່ານຫຼັງການເລືອກຕັ້ງກາງສະໄໝ ຫຼື ບໍ່ ທ່ານ ທຣຳ ຕອບວ່າ “ບໍ່”.
ດ້ານທ່ານເອສມາອິລ ບາເກອີ ໂຄສົກກະຊວງການຕ່າງປະເທດອີຣ່ານ ກ່າວວ່າ ຂໍ້ຮຽກຮ້ອງຂອງອີຣ່ານເພື່ອສັນຕິພາບ ໄດ້ຖືກສື່ສານໄປຍັງສະຫະລັດຢ່າງຊັດເຈນແລ້ວ ແລະຂະນະນີ້ຂຶ້ນຢູ່ກັບສະຫະລັດວ່າຈະດຳເນີນການແນວໃດຕໍ່ໄປ.
ທ່ານກ່າວວ່າ ແຜນການທີ່ອີຣ່ານສະເໜີເພື່ອເປີດຊ່ອງແຄບຮໍມຸດຄືນໃໝ່ ໄດ້ຖືກປັບປຸງໃຫ້ກະຊັບຂຶ້ນ ແລະສາມາດດຳເນີນການໄດ້ພາຍໃນ 2 ວັນ ຫາກສະຫະລັດຍອມຮັບເງື່ອນໄຂຂອງລັດຖະບານອີຣ່ານ. ເງື່ອນໄຂດັ່ງກ່າວລວມມີ ການຍົກເລີກການປິດລ້ອມທາງທະເລຕໍ່ທ່າເຮືອຂອງອີຣ່ານ ແລະການຮັບປະກັນວ່າຈະຍຸຕິການສູ້ລົບ ເພື່ອເປີດທາງໃຫ້ຊ່ອງແຄບຮໍມຸດກັບມາໃຊ້ງານໄດ້ຕາມປົກກະຕິ ແລະເລີ່ມການເຈລະຈາຮອບໃໝ່.
ທີ່ມາ: Al Jazeera
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຈີນ ສ້າງສະໜາມກິລາ ບັນຈຸ 60.000 ບ່ອນນັ່ງ ໃນເຄັນຍາ
13 ຊົ່ວໂມງກ່ອນ
ຍີ່ປຸ່ນ ຈະປັບຂຶ້ນລາຄາອາຫານ-ເຄື່ອງດື່ມ ເກືອບ 1.500 ລາຍການ
13 ຊົ່ວໂມງກ່ອນ

