
ຜົນສືບສວນຄາດ ເຮືອບິນເຈັດອາດແຕກກາງອາກາດແລ້ວ ກ່ອນຕົກສູ່ພື້ນດິນ ສັງເວີຍຊີວິດ 9 ຄົນ

ຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດສະຫະລັດ (NTSB) ເປີດເຜີຍວ່າ ກຳລັງກວດສອບຄວາມເປັນໄປໄດ້ທີ່ເຮືອບິນເຈັດສ່ວນຕົວ Learjet 60 ເຊິ່ງປະສົບເຫດຕົກໃນລັດຟລໍຣິດາ ເມື່ອວັນອາທິດ ທີ 1 ພະຈິກ ອາດແຕກອອກເປັນຫຼາຍຊິ້ນສ່ວນກາງອາກາດ ກ່ອນຈະດິ່ງລົງກະແທກຖະໜົນແລະເກີດລະເບີດ ສົ່ງຜົນໃຫ້ຜູ້ໂດຍສານ ແລະ ລູກເຮືອເສຍຊີວິດທັງໝົດ 9 ຄົນ.


ເຮືອບິນລຳດັ່ງກ່າວອອກເດີນທາງຈາກເມືອງອອສຕິນ ລັດເທັກຊັດ ໂດຍມີຈຸດໝາຍປາຍທາງໄປຍັງປະເທດບາຮາມາສ ແຕ່ປະສົບເຫດຕົກໃສ່ຖະໜົນ Military Trail ໃນເຂດ Palm Beach ລັດຟລໍຣິດາ ຫ່າງຈາກຣີສອດ Mar-a-Lago ຂອງປະທານາທິບໍດີ ໂດນັນ ທຣຳ ປະມານ 14 ກິໂລແມັດ.
ເຈົ້າໜ້າທີ່ NTSB ລະບຸວ່າ ນອກຈາກການກວດສອບປະເດັນທີ່ເຮືອບິນອາດແຕກກາງອາກາດແລ້ວ ຍັງຈະກວດສອບວ່າ ນ້ຳກ້ອນທີ່ເກາະຕາມຕົວເຮືອບິນ ແລະສະພາບອາກາດປັ່ນປ່ວນ ມີສ່ວນກ່ຽວຂ້ອງກັບອຸບັດຕິເຫດຄັ້ງນີ້ຫຼືບໍ່.
ໂດຍຢືນຢັນວ່າ ຫຼັງຈາກເຮືອບິນຂຶ້ນຈາກລັດເທັກຊັດ ລູກເຮືອໄດ້ແຈ້ງຕໍ່ຫໍບັງຄັບການບິນວ່າ ກຳລັງປະເຊີນກັບສະພາບນ້ຳກ້ອນເກາະເຮືອບິນ ແລະສະພາບອາກາດປັ່ນປ່ວນລະດັບປານກາງ.
ຕໍ່ມາ ລູກເຮືອແຈ້ງວ່າ ກຳລັງພົບກັບຝົນແລະຢາດນ້ຳຟ້າ ພ້ອມຂໍອະນຸຍາດເພີ່ມລະດັບຄວາມສູງຂຶ້ນໄປທີ່ 37,000 ຟຸດ ຫຼືປະມານ 11,300 ແມັດ ຫາກສາມາດເຮັດໄດ້.
ແຕ່ບໍ່ຮອດ 30 ວິນາທີຕໍ່ມາ ເຮືອບິນເລີ່ມສູນເສຍລະດັບຄວາມສູງ ແລະລູກເຮືອໄດ້ສົ່ງສັນຍານສຸກເສີນ Mayday.
ທອມ ແຊັບແມນ (Tom Chapman) ເຈົ້າໜ້າທີ່ NTSB ເປີດເຜີຍວ່າ ຫຼັງຈາກນັ້ນ ສຽງສື່ສານຈາກຫ້ອງນັກບິນເລີ່ມຟັງບໍ່ຊັດເຈນ ກ່ອນທີ່ເຮືອບິນຈະຕົກລົງມາ ໂດຍຢືນຢັນວ່າ ບໍ່ມີຜູ້ລອດຊີວິດເລີຍແມ່ນແຕ່ຄົນດຽວ.
ສຽງບັນທຶກການຕິດຕໍ່ກັບຫໍບັງຄັບການບິນກ່ອນເກີດເຫດ ຍັງເຜີຍໃຫ້ໄດ້ຍິນວ່າ ລູກເຮືອລາຍງານວ່າ ເຮືອບິນກຳລັງສູນເສຍລະດັບຄວາມສູງຢ່າງວ່ອງໄວ ເຖິງນາທີລະ 20,000 ຟຸດ ຫຼືປະມານ 6,100 ແມັດ ພ້ອມແຈ້ງວ່າ ເຮືອບິນກຳລັງຈະຕົກກະແທກພື້ນດິນ.
ກ່ອນຈະມີສຽງເວົ້າຄັ້ງສຸດທ້າຍ ເຊິ່ງຄາດວ່າແມ່ນຄຳວ່າ “ພວກເຮົາບໍ່ມີເວລາເຫຼືອແລ້ວ” ປະມານ 35 ວິນາທີຫຼັງຈາກການແຈ້ງເຫດສຸກເສີນຄັ້ງທຳອິດ.
ເຈົ້າໜ້າທີ່ລະບຸວ່າ ໃນເວລາເກີດເຫດມີລາຍງານພາຍຸຝົນຟ້າຄະນອງໃນພື້ນທີ່ ແລະຂໍ້ມູນການວິເຄາະການບິນພົບວ່າ ເຮືອບິນກຳລັງດິ່ງລົງດ້ວຍຄວາມໄວຫຼາຍຮ້ອຍຟຸດຕໍ່ວິນາທີ ກ່ອນຈະຕົກກະແທກພື້ນດິນ.
ຫຼັກຖານສຳຄັນອີກຢ່າງໜຶ່ງ ຄືເສດຊາກເຮືອບິນທີ່ກະຈັດກະຈາຍໄປຕາມສະໜາມກິລາ, ຮ້ານຄ້າ ແລະເຮືອນປະຊາຊົນໃນບໍລິເວນໃກ້ຄຽງ ເຊິ່ງອາດເປັນຂໍ້ບົ່ງຊີ້ວ່າ ເຮືອບິນໄດ້ແຕກອອກເປັນສ່ວນໆກ່ອນຕົກຮອດພື້ນດິນ.
ແນວໃດກໍຕາມ ຄະນະສືບສວນຍັງບໍ່ສາມາດສະຫຼຸບສາເຫດທີ່ແນ່ນອນໄດ້ ໂດຍລະບຸວ່າ ການກູ້ເອົາຊາກເຮືອບິນອອກຈາກຂຸມຂະໜາດໃຫຍ່ທີ່ເກີດຂຶ້ນເທິງຖະໜົນ ເປັນວຽກທີ່ທ້າທາຍຢ່າງຫຼາຍ.
ນອກຈາກນີ້ ຄະນະສືບສວນຍັງກຳລັງກວດສອບວ່າ ເຮືອບິນລຳນີ້ມີການຕິດຕັ້ງເຄື່ອງບັນທຶກສຽງໃນຫ້ອງນັກບິນຫຼືບໍ່ ແລະຈະສາມາດກູ້ຄືນຂໍ້ມູນໄດ້ຫຼືບໍ່.
ການສືບສວນຄັ້ງນີ້ດຳເນີນຮ່ວມກັບສຳນັກງານບໍລິຫານການບິນແຫ່ງຊາດສະຫະລັດ (FAA), ຜູ້ຊ່ຽວຊານຈາກບໍລິສັດຜູ້ຜະລິດເຮືອບິນ Learjet, ນັກອຸຕຸນິຍົມວິທະຍາ ແລະຜູ້ຊ່ຽວຊານດ້ານການຄວບຄຸມຈະລາຈອນທາງອາກາດ.
ສຳລັບຜູ້ເສຍຊີວິດທັງ 9 ຄົນ ປະກອບມີຜູ້ໂດຍສານ 7 ຄົນ, ນັກບິນ 1 ຄົນ ແລະນັກບິນຜູ້ຊ່ວຍ 1 ຄົນ. ໃນກຸ່ມຜູ້ໂດຍສານມີ ອາດຳ ໂຣບິນສັນ (Adam Robinson) ນັກທຸລະກິດດ້ານເຕັກໂນໂລຊີ ພ້ອມດ້ວຍພັນລະຍາ ແລະລູກອີກສອງຄົນຂອງລາວ. ສ່ວນນັກບິນຜູ້ຊ່ວຍມີຊື່ວ່າ ນາທາເລຍ ຟິລເກຣຣັສ (Nathalia Filgueiras) ເຊິ່ງໄດ້ຮັບໃບອະນຸຍາດນັກບິນຕັ້ງແຕ່ອາຍຸ 17 ປີ.
ຂະນະດຽວກັນ ມີຊາຍຄົນໜຶ່ງທີ່ຢູ່ພື້ນດິນໄດ້ຮັບບາດເຈັບທີ່ຂາ ຈາກເຫດເຮືອບິນຕົກລົງໃສ່ຖະໜົນ. ທັງນີ້ ຜົນການສືບສວນເພື່ອລະບຸສາເຫດທີ່ແທ້ຈິງຂອງອຸບັດຕິເຫດຄັ້ງນີ້ ອາດຕ້ອງໃຊ້ເວລາອີກດົນ.
ທີ່ມາ: BBC
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຈີນ ສ້າງສະໜາມກິລາ ບັນຈຸ 60.000 ບ່ອນນັ່ງ ໃນເຄັນຍາ
12 ຊົ່ວໂມງກ່ອນ
ຍີ່ປຸ່ນ ຈະປັບຂຶ້ນລາຄາອາຫານ-ເຄື່ອງດື່ມ ເກືອບ 1.500 ລາຍການ
12 ຊົ່ວໂມງກ່ອນ

