ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 23:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອະນຸສັນຍາ ການຍົກລະດັບ ສັນຍາການຄ້າເສລີ ຈີນ-ເປຣູ ມີຜົນບັງຄັບໃຊ້ ຢ່າງເປັນທາງການ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
1787814700896_723
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ກະຊວງການຄ້າຈີນ ປະກາດໃນວັນທີ 1 ພະຈິກນີ້ວ່າ: ອະນຸສັນຍາ ກ່ຽວກັບ ການຍົກລະດັບ “ສັນຍາການຄ້າເສລີ ລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດເປຣູ” ເລີ່ມມີຜົນບັງຄັບໃຊ້ ຢ່າງ ເປັນທາງການ ໃນວັນທີ 1 ພະຈິກນີ້. ສປ ຈີນ ແລະ ເປຣູ ໄດ້ດຳເນີນການເຈລະຈາກ່ຽວກັບ ການຍົກລະດັບ ຂອງສັນຍາການຄ້າເສລີ ນັບແຕ່ເດືອນພະຈິກປີ 2018 ເປັນຕົ້ນມາແລະ ໄດ້ລົງນາມໃນ ອະນຸສັນຍາການຍົກລະດັບ ໃນວັນທີ 14 ພະຈິກປີ 2024. ອະນຸສັນຍາໄດ້ ຍົກລະດັບສັນຍາການຄ້າເສລີ ສະບັບເກົ່າ, ໂດຍໄດ້ປັບປຸງ 7 ພາກທີ່ມີຢູ່ແລ້ວ, ລວມທັງໄດ້ປັບປຸງກົດລະບຽບແຫລ່ງຜະລິດ, ລະບຽບການດ່ານພາສີີ ແລະ ການອຳນວຍຄວາມສະດວກ ດ້ານການຄ້າ, ນອກນີ້,  ໄດ້ເພີ່ມ 5 ພາກໃໝ່ ເຊັ່ນ: ການຮ່ວມມືດ້ານມາດຕະຖານ ແລະ ການປະເມີນຄວາມສອດຄ່ອງ, ນະໂຍບາຍ ການແຂ່ງຂັນ, ການຄ້າເອເລັກໂຕຣນິກ ແລະ ອື່ນໆ. ສອງຝ່າຍ ຍັງໄດ້ກຳນົດ ຂໍ້ກຳນົດໃນອະນາຄົດ ສຳລັບ ການເຈລະຈາກ່ຽວກັບ ການຄ້າການບໍລິການແລະບັນຊີລາຍການທາງລົບ ດ້ານການລົງທຶນຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່