
ສປ ຈີນ ມີແຜນຈະລົງຈອດເທິງດວງຈັນ ກ່ອນປີ 2030

ວິທະຍຸ ໂທລະພາບສູນກາງຈີນ,ກອງປະຊຸມໃຫຍ່ ທາງວິຊາການ ການບິນອະວະກາດ ບັນທຸກຄົນ ຄັ້ງທີ 7 ຂອງ ສປ ຈີນ ພວມດຳເນີນຢູ່ນະຄອນຫລວງປັກກິ່ງ, ແຜ່ແຜນການສົ່ງຍານບັນທຸກຄົນລົງຈອດ ເທິງດວງຈັນຂອງ ສປ ຈີນ ທີ່ໄດ້ຮັບຄວາມສົນໃຈ ມາດົນນານໄດ້ຖືກເປີດເຜີຍ ຕໍ່ສາທາລະນະຊົນ ຢ່າງເປັນທາງການໃນກອງປະຊຸມ ເມື່ອບໍ່ດົນມານີ້: ສປ ຈີນ ມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະຈະນຳໃຊ້ ແຜນການ “ຍິງສົ່ງສອງ ເທື່ອແລະລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸ ເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ. ຕາມແຜນການດັ່ງກ່າວ, ຈະຫລວດສົ່ງຍານຊາງເຈິ່ງ 10 ສອງລຳຈະປະຕິບັດໜ້າ ທີ່ຍິງສົ່ງຍານລົງຈອດ ຫລາຍເຢ້ວ ແລະ ຍານອະວະກາດເມີ້ງໂຈ່ວ ຕາມລຳດັບ. ຍານ ທັງສອງຈະເຂົ້າໃກ້ ແລະ ເຊື່ອມຕໍ່ກັນໃນວົງໂຄຈອນຂອງດວງຈັນ. ຍານອະວະ ກາດເມີ້ງໂຈ່ວສາມາດ ບັນທຸກນັກບິນອະວະກາດ 3 ຄົນແລະບິນໄປກັບ ລະຫວ່າງ ໂລກແລະວົງໂຄຈອນຂອງດວງຈັນ, ໃນນັ້ນມີ ນັກບິນອະວະກາດ 2 ຄົນຈະ ເດີນທາງໄປ-ກັບລະຫວ່າງວົງໂຄຈອນຂອງດວງຈັນ ແລະ ພື້ນຜິວດວງຈັນດ້ວຍ ຍານລົງຈອດຫລາຍເຢ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ມາເລເຊຍ ມ້າງຄະດີຢາເສບຕິດ ຂ້າມຊາດລາຍໃຫຍ່
1 ຊົ່ວໂມງກ່ອນ




