ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 19:37ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມຄົບຄະນະ ຂອງສູນກາງພັກກອມມູນິດຈີນ ຮັບຮອງເອົາ ເອກະສານສຳຄັນ ຫລາຍດ້ານ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
1793345768768_892
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມຖະແຫລງຂ່າວ ເພື່ອແນະນໍາ ແລະບັນຍາຍເນື້ອໃນ ຈິດໃຈ ຂອງກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະ ກຳມະ ການ ສູນກາງພັກ ກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້. ທ່ານ ຖາງຟາງຢູ້ ຫົວໜ້າຫ້ອງການຄົ້ນຄວ້າ ນະໂຍບາຍສູນກາງພັກ ແນະນໍາວ່າ:ຜົນສໍາເລັດ ສໍາຄັນ ທີ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ຄົ້ນຄວ້າ ພິຈາລະນາ ແລະຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບ ບາງບັນຫາສຳຄັນ ໃນການຍຶດໝັ້ນ ຊຸກຍູ້ການບໍລິຫານພັກ ຢ່າງເຂັ້ມງວດ ຮອບດ້ານໃຫ້ສືບຕໍ່ ຍາວ ນານ”. ພັກກອມມູນິດຈີນ ມີອຸດົມການ ເພື່ອພາລະກິດຍິ່ງໃຫຍ່ ຂອງຊົນຊາດຈີນເຊິ່ງການກໍ່ສ້າງພັກກ່ຽວພັນເຖິງອະນາຄົດ ແລະ ຊາຕາກໍາຂອງພັກ, ພ້ອມທັງ ກ່ຽວພັນເຖິງພາລະກິດຂອງພັກ-ລັດ ຈະເຕີບໃຫຍ່ ຫລື ຊຸດໂຊມ, ຈະປະສົບຜົນສໍາເລັດ ຫລື ຈະຫລົ້ມເຫລວ.ໃນຈຸດເວລາສໍາຄັນທີ່ພັກກອມມູນິດຈີນ ສ້າງຕັ້ງຂຶ້ນຄົບຮອບ 105 ປີ ແລະເປັນປີເລີ່ມປະຕິບັດ ແຜນພັດທະນາ ເສດຖະກິດ ສັງ ຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງ ສປ ຈີນ, ກອງປະຊຸມຄັ້ງນີ້ ໄດ້ມີການຈັດວາງທາງຍຸດທະສາດ ກ່ຽວກັບການຄຸ້ມຄອງ ບໍລິຫານພັກ, ການສ້າງຄວາມຈະເລີນ ແລະ ເຂັ້ມແຂງຂອງພັກ ເຊິ່ງມີຄວາມ ໝາຍ ສໍາຄັນຍິ່ງ ແລະມີຄວາມຈໍາເປັນທີ່ສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່