
ປະເທດ ຜະລິດນ້ຳມັນ ເຊື້ອໄຟ ທີ່ສຳຄັນ ຕົກລົງຈະຮັກສາ ລະດັບການຜະລິດ ນ້ຳມັນໄວ້ ເທົ່າເກົ່າ

ວິທະຍຸ ໂທລະພາບສູນກາງຈີນ, ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື OPEC ໄດ້ອອກຖະແຫລງການວ່າ: 7 ປະເທດຜະລິດນ້ຳມັນທີ່ສຳຄັນ ໄດ້ຕົກລົງຈະຮັກສາລະດັບ ການຜະລິດ ນ້ຳມັນເຊື້ອໄຟ ໄວ້ເທົ່າເກົ່າ ໃນເດືອນທັນວາໜ້ານີ້.ຖະແຫລງການລະບຸວ່າ: ຜູ້ຕາງໜ້າຈາກ ອາຣັບບີ ຊາອຸດິດ, ຣັດເຊຍ, ອີຣັກ,ກູເວດ,ກາຊັກສະຖານ,ອານເຊຣີ ແລະ ໂອມານ ໄດ້ຈັດກອງປະຊຸມ ຜ່ານທາງອອນລາຍ ໃນວັນທີ 1 ພະຈິກນີ້ ເພື່ອປະເມີນສະພາບຕະຫລາດນ້ຳມັນເຊື້ອໄຟສາກົນ ໃນປັດຈຸບັນ ແລະອະນາຄົດ ໂດຍໄດ້ຕົກລົງ ຈະຮັກສາລະດັບ ການຜະລິດນ້ຳມັນເຊື້ອໄຟ ໃນເດືອນທັນວາໜ້ານີ້ ໃຫ້ເທົ່າກັບ ເດືອນກັນຍາປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ມາເລເຊຍ ມ້າງຄະດີຢາເສບຕິດ ຂ້າມຊາດລາຍໃຫຍ່
38 ນາທີກ່ອນ



