
ອັດກອງປະຊຸມ ພາຄີສົນທິສັນຍາ ຊີວະນານາພັນ ຂອງອົງການ ສະຫະປະຊາຊາດ ຄັ້ງທີ 17

ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມພາຄີ ສົນທິສັນຍາ ຊີວະນານາພັນ ຂອງອົງການສະຫະ ປະຊາຊາດ ຄັ້ງທີ 17 ໄດ້ອັດລົງຢູ່ນະຄອນຫລວງເຢເຣວັນຂອງອາກເມນີ ໂດຍໄດ້ຜ່ານການຮັບຮອງຂໍ້ຕົກລົງ ທີ່ກ່ຽວຂ້ອງກັບຫົວຂໍ້ຕ່າງໆເຊັ່ນ: ການຈັດວາງຊັບພະຍາກອນ ແລະ ການສຳຫລວດກວດກາ ຄວາມຄືບໜ້າ ຮ່ວມກັນທົ່ວໂລກ ຄັ້ງທຳອິດ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ“ຂອບຊີວະນານາພັນໂລກ ຄຸນໝິງ-ມົນເຕເຣວ” ແລະ ບົດລາຍງານກອງປະຊຸມ ພ້ອມທັງ ໄດ້ຮຽກຮ້ອງໃຫ້ທຸກຝ່າຍ ເລັ່ງລັດຈັດຕັ້ງປະຕິບັດ ຂອບດັ່ງກ່າວ.ກອງປະຊຸມຄັ້ງນີ້ຕົ້ນຕໍ ໄດ້ສຳຫລວດກວດກາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ “ຂອບຊີວະນານາພັນໂລກ ຄຸນໝິງ-ມົນເຕເຣວ”ທີ່ໄດ້ຜ່ານການຮັບຮອງໃນປີ 2022,ຂອບດັ່ງກ່າວ ໄດ້ກຳນົດເປົ້າໝາຍ ການເຄື່ອນໄຫວ 23 ໂຄງການທີ່ມຸ້ງໜ້າສູ່ປີ 2030. ກອງປະຊຸມຍັງໄດ້ວິເຄາະ ຄວາມຫລຸດໂຕນກັນ ໃນການຈັດຕັ້ງປະຕິບັດເປົ້າໝາຍ ພ້ອມທັງ ໄດ້ຄົ້ນຄວ້າ ຊ່ອງທາງ ຂອງການເລັ່ງລັດຈັດຕັ້ງປະຕິບັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ສປ ຈີນ ມີແຜນຈະລົງຈອດເທິງດວງຈັນ ກ່ອນປີ 2030
4 ຊົ່ວໂມງກ່ອນ

ມາເລເຊຍ ມ້າງຄະດີຢາເສບຕິດ ຂ້າມຊາດລາຍໃຫຍ່
5 ຊົ່ວໂມງກ່ອນ

