ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 16:45ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພົບປະ​ສອງຝ່າຍລະຫວ່າງປະທານສະພາແຫ່ງຊາດ ລາວ-ຫວຽດນາມ

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ10 ຄັ້ງ
866252233_1441424214793379_3188404696687831122_n
ADadvertisement
ADadvertisement
ADadvertisement

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ,​ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດ ນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.

ໃນພິທີພົບປະ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ເຊິ່ງມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ ໂດຍເສດຖະກິດໃນ 9 ເດືອນຕົ້ນປີ 2026 ສາມາດຂະຫຍາຍຕົວສູງເຖິງ 9.01%; ພ້ອມດຽວກັນນີ້, ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປລາວ ໂດຍເນັ້ນໃຫ້ເຫັນວ່າ ເຖິງຈະມີສິ່ງທ້າທາຍຈາກຜົນກະທົບທົ່ວໂລກ, ແຕ່ ສປປລາວ ຍັງຄົງຮັກສາສະຖຽນລະພາບທາງດ້ານການເມືອງ, ເສດ ຖະກິດ 9 ເດືອນຕົ້ນປີ 2026 ເຕີບໂຕ 4.8% ພ້ອມທັງໄດ້ລົງເລິກການປັບປຸງກົງຈັກການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິພາບສູງຂຶ້ນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ; ພ້ອມທັງທົບທວນການຮ່ວມມືຂອງສອງສະພາແຫ່ງຊາດໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສ້າງປຶ້ມປະຫວັດສາດ “50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດ ນາມ” ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳຍິ່ງຂຶ້ນ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະເໜີເນື້ອໃນສຳຄັນສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ດັ່ງນີ້: ສືບຕໍ່ສົ່ງເສີມການພົບປະແລກປ່ຽນລະຫວ່າງສະພາປະຊາຊົນຂັ້ນແຂວງທີ່ມີຊາຍແດນຕິດຈອດກັນ ແລະ ຄົ້ນຄວ້າປັບປຸງບົດບັນທຶກຄວາມຮ່ວມມື (MOU) ລະຫວ່າງສອງສະພາແຫ່ງຊາດ ທີ່ຈະສິ້ນສຸດລົງໃນປີ 2027; ກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ 2027 ວາງແຜນຈັດກິດຈະກຳຮ່ວມກັນ ເພື່ອສະ ເຫຼີມສະຫຼອງ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ; ​ການຕິດຕາມກວດກາໂຄງການຍຸດທະສາດ, ສະເໜີໃຫ້ສອງສະພາແຫ່ງຊາດ ຕິດຕາມກວດກາ ແລະ ຊຸກຍູ້ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ ແລະ ທ່າເຮືອຫວຸງອາງ ໃຫ້ປີ 2027 ເປັນປີແຫ່ງການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄົມມະນາຄົມ; ການສະໜັບສະໜູນບົດຮຽນຈາກຝ່າຍຫວຽດນາມ ກ່ຽວກັບການຄຸ້ມຄອງວຽກງານທ້ອງ ຖິ່ນ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານກົດໝາຍ ແລະ ການຫັນເປັນດິຈິຕອນຂອງສະພາແຫ່ງຊາດ.

​ໂອກາດດຽວກັນນີ້, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຈາກພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີມາໂດຍຕະຫຼອດ, ພ້ອມທັງເຊື້ອເຊີນສະຫາຍ ເຈິ່ນ ແທັງ ເໝິ້ນ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ

ທີ່ມາພາບ-ຂ່າວ: ຜູ້ແທນປະຊາຊົນ / vietnam.vn

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່