ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 15:47ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ15:47ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ເນັ້ນແກ້ໄຂບັນຫາຮອບດ້ານ ພັດທະນາເສດຖະກິດ ປາບປາມອາຊະຍາກຳ ແລະ ຍົກລະດັບຊີວິດປະຊາຊົນ.

ກະຊວງສາທາລະນະສຸກ ມອບວັກຊິນປ້ອງກັນໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1.000 ໂດສ ມູນຄ່າ 112 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ6 ຄັ້ງ
875310648_1676539420802553_6124753191615054338_n
ADadvertisement
ADadvertisement
ADadvertisement

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1.000 ໂດສ ມູນຄ່າ 112 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ແລະ ສ້າງຂະບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫລວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາ 2026 ຜ່ານ.

ໃນໂອກາດນີ້, ທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນເອົາໃຈໃສ່ເປັນພິເສດ ໃນວຽກງານການຮັກສາ, ສົ່ງເສີມ ສຸຂະພາບ ແລະ ເຝົ້າລະວັງປ້ອງກັນພະຍາດ ໃຫ້ແກ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ກະຊວງສາທາລະນະສຸກ ໃນນາມເປັນເສນາທິການໄດ້ຍຶດຖືເອົາທິດທາງ “ການປ້ອງກັນພະຍາດເປັນຕົ້ນຕໍ, ການປິ່ນປົວເປັນສໍາຄັນ” ເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ທຸກຂົງເຂດ, ຕະຫລອດຮອດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງໄດ້ຮັບການຮັກສາສຸຂະພາບຢ່າງທົ່ວເຖິງ. ການມອບ-ຮັບວັກຊິນ ແລະ ເປີດຂະບວນການສັກວັກຊິນປ້ອງກັນພະຍາດ ໄຂ້ຫວັດໃຫຍ່ ຕາມລະດູການຮ່ວມກັນໃນຄັ້ງນີ້, ແມ່ນໜຶ່ງໃນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຢ່າງຈິ່ງຈັງ ຂອງກະຊວງສາທາລະນະສຸກ (ສທ) ໃນການຮ່ວມມືຢ່າງແໜ້ນແຟ້ນກັບ ກະຊວງປ້ອງກັນຄວາມສະຫງົບ ແນໃສ່ຊ່ວຍຫລຸດຜ່ອນຄວາມສ່ຽງຂອງການລະບາດ, ປ້ອງກັນພະຍາດໄຂ້ຫວັດຕາມລະດູການ ແລະ ເປັນການເພີ່ມທະວີຄວາມສາມາດ ໃນການເບິ່ງແຍງສຸຂະພາບ ໃຫ້ແກ່ການນໍາຫລັກແຫລ່ງ, ພະນັກງານ-ນັກຮົບ ແພດໝໍ ກໍຄື ເຈົ້າໜ້າທີ່ໃນຂົງເຂດກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີສຸຂະພາບແຂງແຮງ ໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ໃນໂອກາດດຽວກັນ, ທ່ານ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕິກະຊວງ ປກສ ໄດ້ໃຫ້ຮູ້ອີກວ່າ: ໄຂ້ຫວັດໃຫຍ່ຕາມລະດູການ ເປັນພະຍາດຕິດຕໍ່ທາງລະບົບຫາຍໃຈ ທີ່ສາມາດແຜ່ລະບາດໃນຊຸມຊົນ ແລະ ພາຍໃນກົມກອງໄດ້, ການສັກຢາວັກຊິນປ້ອງກັນເປັນມາດຕາການທີ່ສໍາຄັນໜຶ່ງ ໃນການຫລຸດຜ່ອນຄວາມສ່ຽງຕໍ່ການເຈັບປ່ວຍ ແລະ ຫລຸດອາການຮຸນແຮງເມື່ອເວລາຕິດພະຍາດ. ຄຽງຄູ່ກັນນັ້ນ, ພວກເຮົາຕ້ອງໄດ້ເອົາໃຈໃສ່ຮັກສາອະນາໄມ, ລ້າງມືເປັນປະຈຳ, ໃສ່ຜ້າປິດປາກ-ດັງໃນເວລາໄອຈາມ ການປົກປ້ອງສຸຂະພາບໃຫ້ແກ່ພະນັກງານນັກຮົບ, ນາຍ ແລະ ພົນຕຳຫລວດ ແມ່ນໜຶ່ງໃນບັນດາວຽກງານທີ່ສໍາຄັນເພາະວ່າຖ້າກໍາລັງພົນ (ນາຍ ແລະ ພົນຕຳຫລວດ) ມີສຸຂະພາບແຂງແຮງດີ ຍ່ອມເປັນພື້ນຖານສໍາຄັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຮັກສາຄວາມສະຫງົບ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮັບໃຊ້ປະຊາຊົນ ໄດ້ຢ່າງມີປະສິດທິຜົນ.

ຂ່າວ: ສິດທິພັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່