ວັນເສົາ ທີ 31 ຕຸລາ 2026ອັບເດດລ່າສຸດ 15:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນເຄື່ອນທີ່ ຄົບຮອບ 25 ປີ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ7 ຄັ້ງ
871768852_1106517845496020_7884872074239883848_n
ADadvertisement
ADadvertisement
ADadvertisement

ພິທີໂຮມຊຸມນຸມມິດຕິ່ງສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ່ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 25 ປີ ( 2 ພະຈິກ 2001- 2 ພະຈິກ 2026 ) ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2026, ເຂົ້າຮ່ວມ ແລະ ປາຖະກະຖາມູນເຊື້ອ ໂດຍ ພົຕ ຈັນສະແຫວງ ທິບຄູນທອງ ອະດີດຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະກອງບັນຊາການ,ຫ້ອງ, ສູນ, ກອງພັນ, ພະແນກ, ພ້ອມດ້ວຍ ພະນັກງານອາວຸໂສບໍານານ ແລະ ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ, ພົຕ ຈັນສະແຫວງ ທິບຄູນທອງ ໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ໄລ ຍະຜ່ານມາ ຂອງກອງບັນຊາການປ້ອງກັນເຄື່ອນທີ່ ວ່າ: ກອງພັນ 208 ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນ ວັນທີ 2 ພະຈິກ 2001 ເປັນກອງພັນເອກະລາດ, ມີຖານະທຽບເທົ່າ ກົມ, ກອງບັນຊາການອ້ອມຂ້າງກະຊວງພາຍໃນ; ລະບົບການຈັດຕັ້ງໃນເວລານັ້ນ ມີ 3 ຫ້ອງ, 4 ກອງຮ້ອຍຂຶ້ນກັບ, ມີຈໍານວນພົນ 206 ສະຫາຍ ຍິງ 17 ສະຫາຍ; ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງກໍມີຜົນສຳເລັດ ແລະ ເຕີບໃຫຍ່ໃນຫຼາຍດ້ານ, ຖ້າທຽບໃສ່ເງື່ອນໄຂໃນໄລຍະໃໝ່ ເຫັນວ່າຊື່ກົມກອງຍັງບໍ່ແທດເໝາະ ກັບພາລະບົດບາດ, ໜ້າທີ່ການເມືອງຂອງກົມກອງທີ່ໄດ້ຮັບມອບໝາຍ. ສະນັ້ນ, ຈຶ່ງຄົ້ນຄວ້າຊື່ກົມກອງໃໝ່ ແລະ ນໍາ ສະເໜີຕໍ່ຄະນະພັກກະຊວງປ້ອງກັນ ຄວາມສະຫງົບຈຶ່ງໄດ້ຕົກລົງປ່ຽນຊື່ຈາກກອງບັນຊາການ 208 ມາເປັນກອງບັນຊາການປ້ອງກັນເຄື່ອນທີ່ ຈົນເຖິງປັດຈຸບັນ ອີງຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 79/ນຍ,ລົງວັນທີ 27 ກຸມພາ 2007.

ຕະຫຼອດໄລຍະ ຜ່ານມາ, ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ເຄື່ອນໄຫວວຽກງານວິຊາສະເພາະ ຕິດພັນກັບວຽກງານປ້ອງກັນຄວາມສະຫງົບປະຊາຊົນ ກຳແໜ້ນສະ ພາບການຢູ່ບັນດາຈຸດຫຼ່ໍແຫຼມ ແລະ ເປົ້າໝາຍກໍ່ຄວາມບໍ່ສະຫງົບ,ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.ພ້ອມ ນີ້,ຍັງໄດ້ສ້າງແຜນ ແລະ ບັນຈຸກໍາລັງເຂົ້າປ້ອງກັນເຂົ້າປ້ອງ ກັນຮັບໃຊ້ໃຫ້ແກ່ລັດຖະບານ ແລະ ສັງຄົມໃນໄລຍະຜ່ານມາແມ່ນຖືວ່າ ເປັນກໍາລັງທີ່ສໍາຄັນ ໃນການປ້ອງກັນງານບຸນ, ງານສໍາຄັນຕ່າງໆຂອງພັກ-ຂອງຊາດ, ປ້ອງກັນແຂກພາຍໃນແລະ ຕ່າງປະເທດ ແມ່ນມີຄວາມສະຫງົບປອດໄພໂດຍພື້ນຖານ.

ຜ່ານການຈັດຕັ້ງປະຕິບັດບັນດາວຽກງານ ກອງບັນຊາ ການປ້ອງກັນເຄື່ອນທີ່ ໄດ້ຮັບການຍ້ອງຍໍຍ້ອງ ຈາກພັກ ແລະ ລັດຖະບານ, ກະຊວງ ປກສ; ໃນນີ້, ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 1 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 1 ໜ່ວຍ,ຫຼຽນໄຊແຮງງານຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 2 ໜ່ວຍ, ຫຼຽນ ໄຊແຮງງານ ຊັ້ນ III ຈໍານວນ 2 ໜ່ວຍ, ຫຼຽນກາແຮງງານ 7 ໜ່ວຍ, ຫຼຽນທີ່ລະນຶກຕໍາຫຼວດຝຣັ່ງ 1 ໜ່ວຍ, ຫຼຽນຊ່ຽວ ຊານ ສສ ຫວຽດນາມ 1 ອັນ, ຫຼຽນທີ່ລະນຶກຈາກ ສສ ຫວຽດນາມ 2 ໜ່ວຍ, ໃບຍ້ອງຍໍລັດຖະບານ ຫຼາຍຂັ້ນ ຈຳ ນວນ 13 ໃບ, ຫຼຽນທີ່ລະນຶກ 70 ປີ ກອງທັບປະຊາຊົນລາວ 1 ໜ່ວຍ. ພ້ອມນີ້, ບຸກຄົນ ຍັງໄດ້ຮັບຍ້ອງຍໍ ໃຫ້ບັນຂັ້ນຕ່າງໆຈໍານວນຫຼາຍ.

ສັງລວມແລ້ວ, ກໍາລັງປ້ອງກັນເຄື່ອນທີ່ ໄດ້ເອົາໃຈໃສ່ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມສະຫງົບປອດໄພໄດ້ເປັນຢ່າງດີ, ມີມູນເຊື້ອປະຕິບັດຄໍາສັ່ງ, ປະຕິບັດລະບຽບວິໃນຢ່າງເຂັ້ມງວດ, ຝຶກແອບວິຊາສະເພາະ ແລະ ພັດທະນາຕົນເອງ ເຂົ້າໃນການປ້ອງກັນຜູ້ນໍາພັກ-ລັດ,ສໍານັກງານອົງການກອງປະຊຸມ ໃຫຍ່, ວັນບຸນສໍາຄັນຂອງຊາດ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມປອດໄພ ຍ້ອນແນວນັ້ນຂັ້ນເທິງຈຶ່ງໄດ້ຍ້ອງຍໍ ແລະ ເວົ້າວ່າ ກໍາລັງປ້ອງກັນເຄື່ອນທີ່ ປຽບເໝືອນ ກຳປັ້ນເຫຼັກຂອງ ກະຊວງປ້ອງກັນຄວາມສະ ຫງົບ ສາມາດເອີ້ນກໍາລັງ ໄດ້ຕະຫຼອດ 24 ຊົ່ວໂມງ ແລະ ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ໄດ້ຢ່າງຈົບງາມ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 31 ຕຸລາ 2026 · ແຮມ 5 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່