
ທ່ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອປະກາດຍົກລະດັບກອງທັບເຮືອ ສັ່ງສ້າງເຮືອຮົບທີ່ມີອຳນາດການຮົບສູງທີ່ສຸດໃນໂລກ

ທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ເດີນທາງໄປກວດຢ້ຽມອູ່ຕໍ່ເຮືອນັມໂພ ພ້ອມປະກາດເດີນໜ້າເສີມສ້າງກຳລັງທາງທະເລຄັ້ງໃຫຍ່ ໂດຍສັ່ງສ້າງ “ເຮືອຮົບທີ່ທັນສະໄໝ ແລະມີອຳນາດການຮົບສູງທີ່ສຸດ” ເຊິ່ງຄາດວ່າອາດເປັນເຮືອຮົບລຳໃໝ່ຂະໜາດ 10,000 ໂຕນ ເພື່ອຮັບມືກັບໄພຄຸກຄາມ ແລະຄວາມຕຶງຄຽດທາງພູມລັດສາດຈາກສະຫະລັດฯ ແລະເກົາຫຼີໃຕ້.

ທ່ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອ ປະກາດເປົ້າໝາຍໃນການສ້າງເຮືອຮົບທີ່ທັນສະໄໝ ແລະມີອຳນາດການຮົບສູງທີ່ສຸດ ພ້ອມເລັ່ງເສີມສ້າງກຳລັງທາງທະເລ ເພື່ອປົກປ້ອງອະທິປະໄຕຂອງປະເທດ ທ່າມກາງສິ່ງທີ່ເກົາຫຼີເໜືອລະບຸວ່າເປັນໄພຄຸກຄາມຈາກສະຫະລັດฯ ແລະເກົາຫຼີໃຕ້.
ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າ ທ່ານ ຄິມ ໄດ້ເດີນທາງໄປກວດຢ້ຽມອູ່ຕໍ່ເຮືອນັມໂພ ເພື່ອກວດກາຄວາມຄືບໜ້າໃນການປັບປຸງອູ່ຕໍ່ເຮືອ ແລະເຮືອຮົບລຳໃໝ່ທີ່ກຳລັງຢູ່ໃນຂັ້ນຕອນກໍ່ສ້າງ. ທ່ານ ຄິມ ສະແດງຄວາມພໍໃຈຢ່າງຫຼາຍ ພ້ອມລະບຸວ່າ ເຮືອຮົບລຳນີ້ມີຂະໜາດໃຫຍ່ ແລະມີຄວາມເໜືອກວ່າເຮືອພິຄາດທີ່ສ້າງຂຶ້ນໃນປີກາຍນີ້ຢ່າງຫຼາຍ.
ທ່ານ ຄິມ ກ່າວວ່າ ສະຖານະການທາງພູມລັດສາດ ແລະການກະທຳທີ່ເປັນປໍລະປັກຂອງຝ່າຍທີ່ເປັນສັດຕູໃນພາກພື້ນ ສະທ້ອນໃຫ້ເຫັນເຖິງຄວາມຈຳເປັນໃນການຄອບຄອງເຮືອຮົບທີ່ທັນສະໄໝ ແລະມີອຳນາດການຮົບສູງສຸດ ລວມທັງການເລັ່ງເພີ່ມຂີດຄວາມສາມາດດ້ານການຮົບທັງເທິງຜິວນ້ຳ ແລະໃຕ້ນ້ຳ ເພື່ອປົກປ້ອງອະທິປະໄຕທາງທະເລ.
ເຖິງແມ່ນວ່າລາຍງານຈະບໍ່ໄດ້ເປີດເຜີຍລາຍລະອຽດທາງເຕັກນິກຂອງເຮືອຮົບລຳໃໝ່ ແຕ່ພາບທີ່ເຜີຍແຜ່ອອກມາໄດ້ສະແດງໃຫ້ເຫັນບາງສ່ວນຂອງຕົວເຮືອ ເຊິ່ງຜູ້ຊ່ຽວຊານປະເມີນວ່າ ອາດເປັນເຮືອຂະໜາດ 10,000 ໂຕນ ຕາມແຜນການທີ່ທ່ານ ຄິມ ເຄີຍປະກາດໄວ້ກ່ອນໜ້ານີ້.
ທ່ານ ຊິນ ຈົງອູ ເລຂາທິການຂອງສະຖາບັນສຶກສາດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງເກົາຫຼີ ລະບຸວ່າ ພາບດັ່ງກ່າວອາດເປັນຄັ້ງທຳອິດທີ່ເກົາຫຼີເໜືອເປີດເຜີຍສະຖານທີ່ກໍ່ສ້າງເຮືອຂະໜາດໃຫຍ່ລະດັບ 10,000 ໂຕນ ເຊິ່ງມີຄວາມເປັນໄປໄດ້ວ່າອາດເປັນເຮືອລາດຕະເວນຮົບ.
ໃນເດືອນມິຖຸນາທີ່ຜ່ານມາ ທ່ານ ຄິມ ໄດ້ປະກາດເປົ້າໝາຍໃຫ້ເກົາຫຼີເໜືອສ້າງເຮືອຮົບຢ່າງໜ້ອຍປີລະ 2 ລຳ ໂດຍມີຂະໜາດເທົ່າກັບ ຫຼືໃຫຍ່ກວ່າເຮືອພິຄາດ Choe Hyon ຂະໜາດ 5,000 ໂຕນ ລວມເຖິງເຮືອຮົບຂະໜາດ 10,000 ໂຕນ.
ນອກຈາກນີ້ ທ່ານ ຄິມ ຈອງອຶນ ຍັງສັ່ງໃຫ້ປັບປຸງອູ່ຕໍ່ເຮືອນັມໂພ ໂດຍເນັ້ນການນຳລະບົບອັດຕະໂນມັດມາໃຊ້ໃນຂະບວນການຜະລິດ ພ້ອມທັງກໍ່ສ້າງອູ່ແຫ້ງແຫ່ງທີສອງ ເພື່ອໃຫ້ສາມາດຕໍ່ເຮືອ ແລະສ້ອມແປງເຮືອໄດ້ພ້ອມກັນ ລວມທັງປັບປຸງແຜນຜັງອາຄານທີ່ຍັງບໍ່ເໝາະສົມ.
ຜູ້ນຳເກົາຫຼີເໜືອລະບຸວ່າ ຖານການຕໍ່ເຮືອທີ່ທັນສະໄໝ ແລະນຳໃຊ້ເຕັກໂນໂລຊີຂັ້ນສູງ ເປັນປັດໄຈສຳຄັນໃນການສ້າງກອງທັບເຮືອທີ່ເຂັ້ມແຂງ ຈົນບໍ່ມີປະເທດໃດກ້າຄຸກຄາມ.
ເກົາຫຼີເໜືອກຳລັງເລັ່ງພັດທະນາເຮືອຮົບທີ່ສາມາດຮອງຮັບອາວຸດນິວເຄຼຍ ທັງຢູ່ຝັ່ງຕາເວັນຕົກ ແລະຝັ່ງຕາເວັນອອກ ໂດຍມີເຮືອພິຄາດ ຊເວ ຮຍອນ (Choe Hyon) ປະຈຳການຢູ່ທະເລເຫຼືອງ ແລະເຮືອພິຄາດ ຄັງ ກອນ (Kang Gon) ປະຈຳການຢູ່ທະເລຕາເວັນອອກ.
ເມື່ອເດືອນກັນຍາທີ່ຜ່ານມາ ເກົາຫຼີເໜືອປະກາດນຳເຮືອພິຄາດ ຄັງ ກອນ ຂະໜາດ 5,000 ໂຕນ ເຂົ້າປະຈຳການ ພ້ອມລະບຸວ່າ ເຮືອລຳນີ້ເປັນສ່ວນໜຶ່ງຂອງລະບົບຕອບໂຕ້ດ້ວຍອາວຸດນິວເຄຼຍ ແລະຈະເຮັດໜ້າທີ່ປົກປ້ອງອະທິປະໄຕທາງທະເລ ໃນຖານະກຳລັງປ້ອງປາມເພື່ອຍັບຢັ້ງສົງຄາມນິວເຄຼຍ.
ນອກຈາກນີ້ ການເດີນທາງໄປກວດຢ້ຽມອູ່ຕໍ່ເຮືອຂອງທ່ານ ຄິມ ຍັງເກີດຂຶ້ນພຽງໜຶ່ງມື້ ຫຼັງຈາກເກົາຫຼີເໜືອທົດສອບຍິງລູກສອນໄຟລ່ອງທາງຍຸດທະສາດ ແລະກ່ອນໜ້ານັ້ນຍັງໄດ້ທົດສອບຫົວລະເບີດແບບລູກຫວ່ານອີກດ້ວຍ.
ຂະນະດຽວກັນ ຄິມ ໂຢຈອງ ນ້ອງສາວຂອງ ຄິມ ຈອງອຶນ ໄດ້ອອກມາເຕືອນສະຫະລັດວ່າ ເກົາຫຼີເໜືອຈະຕອບໂຕ້ຮຸນແຮງຍິ່ງຂຶ້ນ ຕໍ່ສິ່ງທີ່ຕົນເອີ້ນວ່າ ນະໂຍບາຍທີ່ເປັນປໍລະປັກຕໍ່ເກົາຫຼີເໜືອຢ່າງບໍ່ປ່ຽນແປງຂອງລັດຖະບານສະຫະລັດ.
ທີ່ມາ: AFP
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ສສ ຫວຽດນາມ-ສປປ ລາວ ສືບຕໍ່ຍູ້ແຮງການຮ່ວມມືສະພາແຫ່ງຊາດ
2 ຊົ່ວໂມງກ່ອນ
ສີລັງກາ ຈະຂະຫຍາຍເງິນອຸດໜູນປູກພືດ ເພີ່ມຂຶ້ນ 12 ຊະນິດ
3 ຊົ່ວໂມງກ່ອນ

ເອີຣົບ ຈະລະບາຍນ້ຳມັນ ສຳຮອງລວມ 42,6 ລ້ານຖັງ
3 ຊົ່ວໂມງກ່ອນ

