ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 13:42ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສ ຫວຽດນາມ-ສປປ ລາວ ສືບຕໍ່ຍູ້ແຮງການຮ່ວມມືສະພາແຫ່ງຊາດ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
ສສ ຫວຽດນາມ-ສປປ ລາວ ສືບຕໍ່ຍູ້ແຮງການຮ່ວມມືສະພາແຫ່ງຊາດ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ​ວັນ​ທີ 3 ພະ​ຈິກນີ້, ພິ​ທີ​ຕ້ອນ​ຮັບ ທ່ານ ສອນ​ໄຊ ສີ​ພັນ​ດອນ, ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ພ້ອມດ້ວຍ ພັນ​ລະ​ຍາ ໄດ້​ດຳ​ເນີນ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ຂອງນະຄອນຫລວງ ຮ່າ​ໂນ້ຍ ພາຍ​ໃຕ້ ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ເຈິ່ນ​ແທັງ​ເໝິ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພ້ອມດ້ວຍ​ພັນ​ລະ​ຍາ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ ພາຍຫລັງ​ ພິ​ທີ​ຕ້ອນ​ຮັບ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ ສົມ​ທົບ​ກັນ ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະ​ຫຍາຍ​ ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​, ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ ແລະ ຍຸດ​ທະ​ສາດ​ຮ່ວມ​ມື ລະຫວ່າງ ສສ ຫວຽດ​ນາມ ແລະ ສປປ ລາວ ໄລ​ຍະ 2021 -2030 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ ​ການ​ແລກ​ປ່​ຽນ​ ຄະ​ນະ​ຜູ້​ແທນ​, ການພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື ​ຢ່າງ​ມີ​ປະ​ສິດທິ​ຜົນ, ຍູ້​ແຮງ​ການ​ໂຄ​ສະ​ນາ, ການ​ສຶກ​ສາ ກ່ຽວ​ກັບ​ມູນ​ ເຊື້ອ​​ຄວາມສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ – ລາວ, ເປັນ​ຕົ້ນ​ແມ່ນ ​ສຳ​ລັບ ​ລຸ້ນ​ໜຸ່ມ​ສອງ​ປະ​ເທດ.ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ​ ບົດ​ຮຽນ​ປະ​ສົບ​ການ ​ໃນ​ການ​ສ້າງສຳ​ເລັດ ລະ​ບົບ​ກົດ​ໝາຍ​, ການ​ຈັດ​ຕັ້ງກົງ​ຈັກ​ລັດ, ການ​ເຄື່ອນ​ໄຫວ​ ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ວຽກ​ງານຕິດ​ຕາມກວດ​ກາ​ ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ແລະ ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ ລະ​ຫວ່າງ​ ສອງ​ປະ​ເທດ; ຍູ້​ແຮງ​ການ​ຮ່ວມ​ມື​ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ສ້າງ​ສະ​ພາ​ແຫ່ງ​ຊາດ ​ເອ​ເລັກ​ໂຕ​ນິກ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ໃນ​ການ​ເຄືິ່ອນ​ໄຫວ​ ລັດ​ຖະ​ສະ​ພາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່