
ຈັດງານປະກວດສູນທອນພົດພາສາລາວ ພາຍໃຕ້ຫົວຂໍ້ “ມິດຕະພາບຈີນ -ລາວ” ສຳລັບ ນັກສຶກສາຈີນ

ວິທະຍຸໂທລະພາບສູນກາງຈີນ, ງານປະກວດສູນທອນພົດພາສາລາວ ພາຍໃຕ້ຫົວຂໍ້ “ມິດຕະພາບຈີນ-ລາວ” ສຳລັບ ນັກສຶກສາຈີນລະດັບຊາດ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລ ພາສາຕ່າງປະເທດປັກກິ່ງ ເມື່ອບໍ່ດົນມານີ້. ໂດຍມີ ທ່ານ ນາງ ສຸທິດາ ຮຸ່ງແສງຟ້າ ທີ່ປຶກສາດ້ານການສຶກສາ ແລະ ວັດທະນະທຳຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ຊ່ຽວຊານ, ນັກປາດໃນຂົງເຂດ ທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາວິຊາພາສາລາວ ທີ່ມາຈາກມະຫາວິທະຍາໄລ ແລະ ສະຖາບັນ 9 ແຫ່ງທົ່ວປະເທດຈີນ ໄດ້ເຂົ້າຮ່ວມງານດັ່ງກ່າວ.
ໃນໂອກາດມີຄໍາເຫັນ ຕໍ່ພິທີຄັ້ງນີ້, ທ່ານ ນາງ ສຸທິດາ ຮຸ່ງແສງຟ້າ ກ່າວວ່າ: ການຮ່ວມມື ດ້ານການສຶກສາ ແມ່ນພາກສ່ວນສຳຄັນ ຂອງການພົວພັນລາວ-ຈີນ, ການສິດສອນພາສາລາວ ຂອງມະຫາວິທະຍາໄລ ແລະ ສະຖາບັນແຫ່ງຕ່າງໆ ຂອງ ສປ ຈີນ ໄດ້ສ້າງບຸກຄະລາກອນ ຈຳນວນຫລວງຫລາຍໃຫ້ແກ່ ການແລກປ່ຽນ ແລະ ການຮ່ວມມື ລະຫວ່າງສອງປະເທດ. ພ້ອມທັງ ໄດ້ແນະນໍານັກສຶກສາທັງຫລາຍວ່າ: ຄວນສຸມຄວາມພະຍາຍາມເພື່ອຍົກສູງລະດັບພາສາລາວ, ເຂົ້າໃຈປະຫວັດສາດ ແລະ ວັດທະນະທຳຂອງລາວໃຫ້ເລິກເຊິ່ງ ແລະ ກາຍເປັນຜູ້ສືບທອດ ພາລະກິດ ໄມຕີຈິດມິດຕະພາບລາວ-ຈີນ. ໃນໂອກາດນີ້ ທ່ານ ນາງ ສູ່ຢິງໆ ຫົວໜ້າສະຖາບັນອາຊີ ຂອງມະຫາວິທະຍາໄລ ພາສາຕ່າງປະເທດປັກກິ່ງ ມີຄໍາເຫັນວ່າ: ພາສາ ແມ່ນພື້ນຖານສຳຄັນໃນການສ້າງຄວາມເຂົ້າໃຈ ແລະ ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດ, ການສ້າງບຸກຄະລາກອນ ແມ່ນເປັນສິ່ງຄ້ຳຊູທີ່ແຂງແກ່ນ ຂອງການພັດທະນາພາລະກິດໄມຕີຈິດມິດຕະພາບຈີນ-ລາວ ໃນໄລຍະຍາວ ແລະ ຫວັງວ່າ ນັກສຶກສາທີ່ຮຽນພາສາລາວ ທັງຫລາຍ ຈະສຸມຄວາມພະຍາຍາມ ໃນການສຶກສາຮ່ຳຮຽນ, ເປັນຜູ້ເຂົ້າຮ່ວມ, ຜູ້ສົ່ງເສີມ ແລະ ຜູ້ສືບທອດໄມຕີຈິດ ມິດຕະພາບ ຈີນ-ລາວ. ໃນງານປະກວດເທື່ອນີ້ ລວມມີ ນັກສຶກສາ 29 ຄົນ ໄດ້ຂຶ້ນກ່າວສູນທອນພົດ ໃນຫົວຂໍ້ທີ່ກໍານົດ ເຊິ່ງສະແດງໃຫ້ເຫັນເຖິງ ລະດັບພາສາລາວທີ່ດີ ຂອງເຂົາເຈົ້າ, ຄະນະກຳມະການຕັດສິນໄດ້ໃຫ້ຄຳແນະນຳ ທາງວິຊາການ ໃນດ້ານການຜັນສຽງ, ນໍ້າສຽງ ແລະ ການສະແດງອອກ ທາງວັດທະນະທຳ ແລະ ອື່ນໆ ໃຫ້ນັກສຶກສາທີ່ເຂົ້າຮ່ວມ ການແຂ່ງຂັນ. ຫລັງຈາກນັ້ນ ໄດ້ຈັດພິທີມອບລາງວັນ ໃຫ້ແກ່ ນັກສຶກສາ ແລະ ຄູອາຈານ ທີ່ດີເດັ່ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ
1 ຊົ່ວໂມງກ່ອນ
ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7
2 ຊົ່ວໂມງກ່ອນ



