
ເອເປັກ ຈັດກອງປະຊຸມ ຮ່ວມລັດຖະມົນຕີ ຕ່າງປະເທດ-ລັດຖະມົນຕີ ການຄ້າ ຄັ້ງທີ 37

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 3 ພະຈິກນີ້, ກອງປະຊຸມ ຮ່ວມລັດຖະມົນຕີ ກະຊວງການຕ່າງປະເທດ ແລະລັດຖະມົນຕີ ກະຊວງການຄ້າ ຄັ້ງທີ 37 ຂອງອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ໄດ້ຈັດຂຶ້ນຢູ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ ຜ່ານທາງວິດີໂອ. ທ່ານຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນລັດຖະມົນຕີ ກະຊວງການຕ່າງປະເທດຈີນ ແລະ ທ່ານ ຫວາງເວີນທ່າວລັດຖະມົນຕີ ກະຊວງການຄ້າຈີນ ໄດ້ຮ່ວມກັນ ເປັນປະທານ ກອງປະຊຸມຄັ້ງນີ້. ຈາກນັນ ທ່ານ ຫວາງຢີ້ ໄດ້ກ່າວວ່າ: ສປ ຈີນ ຍິນດີຮ່ວມກັບ ບັນດາປະເທດສະມາຊິກສຸມຄວາມພະຍາຍາມ ເພື່ອຊຸກຍູ້ ໃຫ້ການສ້າງ ປະຊາຄົມ ອາຊີ-ປາຊິຟິກກ້າວສູ່ລວງເລິກ ແລະ ເປັນຮູບປະທຳ ຫລາຍຂຶ້ນ. ໜຶ່ງ, ຕ້ອງເສີມສ້າງພື້ນຖານ ແຫ່ງຄວາມສາມັກຄີ ໃຫ້ແໜ້ນແຟ້ນ, ປະຕິບັດ ຕາມແນວຄິດປະຊາຄົມ ອາຊີ-ປາຊີຟິກ. ສອງ, ຕ້ອງສ້າງຂອບ ແຫ່ງການເປີດປະຕູ ໂດຍລວມ, ຮັກສາທ່າອຽງ ການຫັນເປັນ ປະຊາຄົມ, ສ້າງເສດຖະກິດອາຊີ-ປາຊີຟິກ ແບບເປີດປະຕູ. ສາມ, ຕ້ອງຮ່ວມກັນ ສ້າງສະພາບແວດລ້ອມ ແຫ່ງການປະດິດສ້າງໃໝ່, ບົ່ມເພາະແຮງຂັບເຄື່ອນ ການເຕີບໂຕໃໝ່. ສີ່, ຕ້ອງເປີດກວ້າງເສັ້ນທາງ ການຮ່ວມມື ເພື່ອບັນລຸ ການພັດທະນາ ແບບຍືນຍົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ
1 ຊົ່ວໂມງກ່ອນ
ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7
2 ຊົ່ວໂມງກ່ອນ



