
ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 3 ພະຈິກນີ້, ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ, ທ່ານ ຫວາງຢີ້ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ສີຫະສັກພວງເກດແກ້ວ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດໄທ, ທ່ານ ທອງສະຫວັນພົມວິຫານ ຮອງນາຍົກລັດຖະມົນຕີທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ອອງຢໍໂຮລັດຖະມົນຕີ ກະຊວງແຜນການແຫ່ງຊາດ, ການລົງທຶນ ແລະ ການພົວພັນເສດຖະກິດຕ່າງປະເທດມຽນມາ ທີ່ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 11 ຢູ່ ສປ ຈີນ. ໃນການພົບປະກັບ ທ່ານ ສີຫະສັກ ພວງເກດແກ້ວ, ທ່ານ ຫວາງຢີ້ ສະແດງຄວາມຍິນດີ ຈະເພີ່ມທະວີ ການຕິດຕໍ່ພົວພັນທາງຍຸດທະສາດກັບໄທ, ລົງເລິກການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ຢ່າງບໍ່ຢຸດຢັ້ງ. ທ່ານ ສີຫະສັກ ພວງເກດແກ້ວ ກ່າວວ່າ:ໄທ ຍິນດີຮ່ວມກັບສປ ຈີນ ຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ລະຫວ່າງ ຜູ້ນຳສອງຝ່າຍໃຫ້ດີແລະ ຊຸກຍູ້ການຂະຫຍາຍການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ໄທ-ຈີນ. ໃນການພົບປະກັບ ທ່ານ ທອງສະຫວັນ ພົມວິຫານ, ທ່ານ ຫວາງຢີ້ກ່າວວ່າ:ສປ ຈີນ ຍິນດີຮ່ວມກັບ ສປປ ລາວ ຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບກັນອັນສຳຄັນ ລະຫວ່າງ ຜູ້ນຳສູງສຸດຂອງສອງພັກສອງລັດ ໃຫ້ດີ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ຢ່າງໜັກແໜ້ນ ແລະ ຮ່ວມກັນປົກປັກຮັກສາ ສັນຕິພາບ ແລະ ຄວາມສະຫງົບສຸກຂອງພາກພື້ນ. ທ່ານ ທອງສະຫວັນ ພົມວິຫານສະແດງຄວາມຍິນດີ ທີ່ຈະຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກຳລາວ-ຈີນຢ່າງໝັ້ນໜຽວ ບໍ່ປ່ຽນແປງ ໂດຍອີງຕາມຄວາມຮັບຮູ້ ທີ່ເປັນເອກະພາບກັນ ລະຫວ່າງ ຜູ້ນຳສູງສຸດຂອງສອງພັກສອງລັດ. ໃນການພົບປະກັບ ທ່ານ ອອງຢໍໂຮ, ທ່ານ ຫວາງຢີ້ ກ່າວວ່າ:ສປ ຈີນ ສະໜັບສະໜູນມຽນມາ ບັນລຸຄວາມປອງດອງທາງດ້ານການເມືອງ, ຍິນດີສຸມຄວາມພະຍາຍາມຮ່ວມກັບມຽນມາ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາ ໃຫ້ລົງສູ່ລວງເລິກ ແລະ ເປັນຮູບປະທຳ. ທ່ານ ອອງຢໍໂຮ ກ່າວວ່າ:ມຽນມາ ຍິນດີຍົກລະດັບການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສອງປະເທດໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ຍິນດີຕ້ອນຮັບວິສາຫະກິດຈີນ ເຂົ້າໄປລົງທຶນຢູ່ ມຽນມາ ໃຫ້ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ
1 ຊົ່ວໂມງກ່ອນ
ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7
2 ຊົ່ວໂມງກ່ອນ



