ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 22:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ
ADadvertisement
ADadvertisement
ADadvertisement
ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ

ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້ ຣັດເຊຍ ປະກາດຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນກາຊວນ ຂອງຜູ້ຜະລິດພາຍໃນປະເທດ ອອກໄປຈົນເຖິງວັນທີ 31 ມັງ ກອນ 2027 ເພື່ອຮັກສາສະຖຽນລະພາບ ຕະຫລາດນ້ຳມັນເຊື້ອໄຟ ພາຍໃນປະເທດ ທ່າມກາງການກະກຽມ ກຳນົດຂໍ້ຍົກເວັ້ນການສົ່ງອອກ ໄປສູ່ຕະຫລາດໂລກ.

ການປະກາດຜ່ານເວັບໄຊ ທາງການຂອງຣັດເຊຍລະບຸວ່າ: ການຂະຫຍາຍເວລາດັ່ງກ່າວ ລວມເຖິງນ້ຳມັນກາຊວນ, ນ້ຳມັນເຊື້ອໄຟ ແລ່ນກຳປັ່ນ ແລະ ນ້ຳມັນແກັສ (gas oils) ທີ່ສົ່ງອອກໂດຍກົງຈາກຜູ້ຜະລິດ.

ທ່ານ ອາເລັກຊານເດີ ໂນວັກ (Alexander Novak) ຮອງນາຍົກ ລັດຖະມົນຕີຣັດເຊຍ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ລັດຖະບານ ພວມກະກຽມ ການຂະຫຍາຍເວລາ ຄຳສັ່ງຫ້າມ ສົ່ງອອກທົ່ວໄປ ພ້ອມທັງກຳນົດຂໍ້ຍົກເວັ້ນສຳລັບຜູ້ສົ່ງອອກຈໍານວນໜຶ່ງ ເພື່ອເປີດທາງໃຫ້ການສົ່ງອອກນ້ຳມັນກາຊວນໄປສູ່ຕະຫລາດລະຫວ່າງປະເທດ ເຊິ່ງຂໍ້ຍົກເວັ້ນໃນລັກສະນະຄ້າຍຄືກັນນີ້ ໄດ້ເລີ່ມໃຊ້ໃນເດືອນຕຸລາ ແລະ ມີກຳນົດໃຊ້ສຳລັບເດືອນພະຈິກ.

ການຂະຫຍາຍ ມາດຕະການດັ່ງກ່າວມີຂຶ້ນຫລັງຈາກ ປະທານາທິບໍດີ ວາລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານາທິບໍດີ ໂດນັນ ທຣຳສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ຮ່ວມກັນ ເມື່ອວັນທີ 9 ຕຸລາ ໃນການຈັດສົ່ງນ້ຳມັນກາຊວນຂອງຣັດເຊຍໄປຍັງຕະຫລາດຕ່າງປະເທດ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່