ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມ

ໂດຍ Mahaxan
· 6 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມ
ADadvertisement
ADadvertisement
ADadvertisement
ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມ

ສຳນັກຂ່າວ ອິນໂຟເຄວສ: ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫລື ໂອເປັກພລັສ (OPEC+) ມີມະຕິສືບຕໍ່ຮັກສາ ນະໂຍບາຍ ການຜະລິດນ້ຳມັນ ສຳລັບ ເດືອນທັນວາ ເຊິ່ງເປັນການຮັກສາ ນະໂຍບາຍຕິດຕໍ່ກັນເປັນເດືອນທີສາມ ຊຶ່ງສອດຄ່ອງກັບ ຄາດການຂອງຕະຫລາດ.

ໂດຍສະເພາະ 7 ປະເທດສະມາຊິກ ກຸ່ມໂອເປັກພລັສ ເຊິ່ງປະກອບດ້ວຍ ອາຣັບບີ ຊາອຸດິດ; ຣັດເຊຍ;ອີຣັກ; ກູເວດ, ກາຊັກສະຖານ;ອານເຊຣີ; ແລະ ໂອມານ ໄດ້ປະກາດ ການຕັດສິນໃຈດັ່ງກ່າວ ໃນກອງປະຊຸມ ຜ່ານວິດີໂອຄອນເຟີເຣນ (Video Conference) ເມື່ອວັນທີ່1 ພະຈິກ ຜ່ານມາ, ເພື່ອທົບທວນພາວະ ແລະ ທ່າອຽງຕະຫລາດນ້ຳມັນໂລກ.

ຖະແຫລງການ ຂອງໂອເປັກພລັສ ລະບຸວ່າ ສະມາຊິກທັງ 7 ປະເທດ ທີ່ເຂົ້າຮ່ວມກອງປະຊຸມໄດ້ຕັດສິນໃຈຮັກສາລະດັບ ການຜະລິດນ້ຳມັນ ປະຈຳເດືອນທັນວາ ໄວ້ໃນລະ ດັບດຽວກັນ ຕາມທີ່ກຳນົດໄວ້ ໃນເດືອນກັນຍາ 2026 ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ທັງ 7 ປະເທດຈະຮັກສາ ລະດັບການຜະລິດ ທີ່ກຳນົດໄວ້ລວມກັນ ທີ່ປະມານ 31,01 ລ້ານຖັງຕໍ່ວັນ ໃນເດືອນທັນວາ ໂດຍລະດັບການຜະລິດ ທີ່ກຳນົດຂອງ ອາຣັບບີີ ຊາອຸດິດ ຈະຍັງຄົງຢູ່ທີ່ 10,48 ລ້ານຖັງຕໍ່ວັນ,  ຖັດມາ ຣັດເຊຍ9,95 ລ້ານຖັງຕໍ່ວັນ ແລະ ອີຣັກ4,43 ລ້ານຖັງຕໍ່ວັນ. ນອກຈາກນີ້, ໂອເປັກພລັສ ຍັງລະບຸວ່າ ສະມາຊິກທັງ 7 ປະເທດຈະຈັດກອງປະຊຸມ ໃນຄັ້ງຕໍ່ໄປໃນວັນທີ 29 ພະຈິກ ເພື່ອທົບທວນ ພາວະຕະຫລາດອີກຄັ້ງ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່