ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ມີຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການ ເພີ່ມຂຶ້ນ 8.5%

ໂດຍ Mahaxan
· 6 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ສປ ຈີນ ມີຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການ ເພີ່ມຂຶ້ນ 8.5%
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 4 ພະຈິກນີ້, ກະຊວງການຄ້າຈີນ ເປີດເຜີຍວ່າ: ໃນ 3 ໄຕມາດຂອງປີ 2026 ນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 5.768 ຕື້ກວ່າຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ຕົວເລກສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດຂອງປີນີ້, ການສົ່ງອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 2.271 ຕື້ກວ່າຢວນ, ເພີ່ມຂຶ້ນ 14,8% ເມື່ອທຽບໃສ່ ປີກາຍ; ການນຳເຂົ້າ ດ້ານການບໍລິການມີ 3.497 ຕື້ກວ່າຢວນ, ເພີ່ມຂຶຶ້ນ 4.8%. ການຂາດດຸນການຄ້າ ດ້ານການບໍລິການແມ່ນ 1.225 ຕື້ກວ່າຢວນ, ຫລຸດລົງ 132 ຕື້ກວ່າຢວນ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍນີ້.ອັດຕາການເຕີບໂຕ ຂອງການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂົນສົ່ງ ເປັນອັນດັບທີ 1 ແລະ ການຄ້າຂາອອກ ດ້ານການບໍລິການທີ່ເນັ້ນໃສ່ ຄວາມຮູ້ສູງເຕີບໂຕໄວສົມຄວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່