ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮຸ້ນເຕັກໂນໂລຊີສະຫະລັດ ຮ່ວງໜັກ ແນສແດັກດິ່ງ 5.5% ມູນຄ່າຫາຍ 2.5 ລ້ານລ້ານໂດລາ

ໂດຍ kaling
· 5 ມື້ ກ່ອນອ່ານ 3 ນາທີ6 ຄັ້ງ
ຮຸ້ນເຕັກໂນໂລຊີສະຫະລັດ ຮ່ວງໜັກ ແນສແດັກດິ່ງ 5.5% ມູນຄ່າຫາຍ 2.5 ລ້ານລ້ານໂດລາ
ADadvertisement
ADadvertisement
ADadvertisement

ຕະຫຼາດຮຸ້ນເຕັກໂນໂລຊີສະຫະລັດ ເຜີຍກຳລັງຜະເຊີນກັບແຮງເທຂາຍຄັ້ງໃຫຍ່ ຫຼັງຈາກພັກເດໂມແຄຣັດຊະນະການເລືອກຕັ້ງກາງສະໄໝ ພ້ອມທັງຊຸກດັນມາດຕະການຄວບຄຸມການພັດທະນາ AI ແລະ ການສ້າງສູນຂໍ້ມູນ (Data Center).

ວັນທີ 6 ພະຈິກ 2026, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຮຸ້ນກຸ່ມເຕັກໂນໂລຊີ ແລະ ປັນຍາປະດິດ (AI) ຂອງສະຫະລັດ ປັບຕົວຫຼຸດລົງຢ່າງຮຸນແຮງ ຫຼັງຈາກພັກເດໂມແຄຣັດຄວ້າໄຊຊະນະໃນການເລືອກຕັ້ງກາງສະໄໝ ແລະ ກຽມຊຸກດັນມາດຕະການຊະລໍການພັດທະນາ AI ສົ່ງຜົນໃຫ້ນັກລົງທຶນມີຄວາມກັງວົນວ່າ ທຸລະກິດເຕັກໂນໂລຊີອາດຈະຜະເຊີນກັບຂໍ້ຈຳກັດຫຼາຍຂຶ້ນ.

ຮຸ້ນເຕັກໂນໂລຊີສະຫະລັດ ຮ່ວງໜັກ ແນສແດັກດິ່ງ 5.5% ມູນຄ່າຫາຍ 2.5 ລ້ານລ້ານໂດລາ

ລາຍງານຂ່າວລະບຸວ່າ: ດັດຊະນີ ແນສແດັກ (Nasdaq) ເຊິ່ງມີຮຸ້ນເຕັກໂນໂລຊີເປັນອົງປະກອບຫຼັກ ປິດຕະຫຼາດຫຼຸດລົງຫຼາຍກວ່າ 5.5% ຄິດເປັນມູນຄ່າຕະຫຼາດທີ່ຫາຍໄປປະມານ 2.5 ລ້ານລ້ານໂດລາສະຫະລັດ ຫຼື ຮາວໆ 80 ລ້ານລ້ານບາດ. ໃນຂະນະທີ່ດັດຊະນີຕະຫຼາດຮຸ້ນສຳຄັນອື່ນໆຂອງສະຫະລັດ ກໍປັບຕົວລົງຢ່າງໜັກ ເຊິ່ງຖືວ່າເປັນວັນທີ່ຕະຫຼາດຜະເຊີນການຫຼຸດລົງຮຸນແຮງທີ່ສຸດນັບຕັ້ງແຕ່ປີ 2025 ເປັນຕົ້ນມາ. ສ່ວນດັດຊະນີ ເອສແອນພີ 500 (S&P 500) ປິດຕະຫຼາດຫຼຸດລົງ 4.4% ແລະ ດັດຊະນີ ດາວໂຈນ (Dow Jones) ລົບກຳໄລທີ່ເຮັດໄວ້ເມື່ອວັນພຸດ ແລະ ປິດຫຼຸດລົງຫຼາຍກວ່າ 3.4%.

ຮຸ້ນເຕັກໂນໂລຊີສະຫະລັດ ຮ່ວງໜັກ ແນສແດັກດິ່ງ 5.5% ມູນຄ່າຫາຍ 2.5 ລ້ານລ້ານໂດລາ · ຮູບທີ 2

ແຮງເທຂາຍດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ບໍລິສັດທີ່ກ່ຽວຂ້ອງກັບສູນຂໍ້ມູນ AI ໂດຍສະເພາະຜູ້ຜະລິດຊິບ ແລະ ເຊມີຄອນດັກເຕີ (Semiconductor). ຮຸ້ນ ອິນວີເດຍ (Nvidia) ຮ່ວງລົງຫຼາຍກວ່າ 9% ເຮັດໃຫ້ມູນຄ່າຕະຫຼາດຫຼຸດລົງກວ່າ 400,000 ລ້ານໂດລາສະຫະລັດ, ໃນຂະນະທີ່ຮຸ້ນ ເອເອັມດີ (AMD) ແລະ ໄມຄຣອນ (Micron) ຫຼຸດລົງຫຼາຍກວ່າ 17%. ສ່ວນ ອິນເທລ (Intel) ຮ່ວງລົງ 10.3% ແລະ ແຊນດິສ (SanDisk) ຫຼຸດລົງກວ່າ 22%. ໂດຍລວມແລ້ວ, ຮຸ້ນກຸ່ມ “Magnificent Seven” ເຊິ່ງປະກອບດ້ວຍບໍລິສັດເຕັກໂນໂລຊີຍັກໃຫຍ່ 7 ແຫ່ງ ລວມທັງ ແອັບເປິ້ນ (Apple), ອິນວີເດຍ (Nvidia) ແລະ ເທສລາ (Tesla) ສູນເສຍມູນຄ່າຕະຫຼາດລວມກັນເຖິງ 1 ລ້ານລ້ານໂດລາສະຫະລັດ ພາຍໃນວັນຊື້ຂາຍດຽວ.

ທັງນີ້, ແຮງເທຂາຍແມ່ນເກີດຂຶ້ນທ່າມກາງຄວາມກັງວົນທີ່ມີຢູ່ກ່ອນແລ້ວວ່າ ການລົງທຶນຈຳນວນມະຫາສານໃນທຸລະກິດ AI ຈະສ້າງຜົນຕອບແທນໄດ້ກຸ້ມຄ່າຫຼືບໍ່. ໂດຍໃນການຫາສຽງເລືອກຕັ້ງ, ພັກເດໂມແຄຣັດໃນຫຼາຍພື້ນທີ່ໄດ້ຊູນໂຍບາຍຊະລໍການກໍ່ສ້າງສູນຂໍ້ມູນ ເຊິ່ງເປັນໂຄງສ້າງພື້ນຖານສຳຄັນສຳລັບການພັດທະນາ AI, ລວມທັງມີມາດຕະການຫຼາຍສິບລາຍການທີ່ສະເໜີໃຫ້ຜູ້ມີສິດເລືອກຕັ້ງພິຈາລະນາ ເພື່ອຈຳກັດການຂະຫຍາຍຕົວຂອງສູນຂໍ້ມູນ.

ກ່ອນໜ້ານີ້, ທ່ານນາງ ຈີນາ ຮິໂນໂຮຊາ (Gina Hinojosa) ຜູ້ວ່າການລັດເທັກຊັດ ຈາກພັກເດໂມແຄຣັດ ທີ່ໄດ້ຮັບການເລືອກຕັ້ງ ຍັງໄດ້ຫາສຽງຕໍ່ຕ້ານການສ້າງສູນຂໍ້ມູນຢ່າງໜັກ ພ້ອມທັງໃຫ້ຄຳໝັ້ນສັນຍາວ່ານະລະງັບການກໍ່ສ້າງແຫ່ງໃໝ່ໃນພາກສ່ວນທຸລະກິດນີ້. ໃນຂະນະດຽວກັນ, ທ່ານ ເບີນີ ແຊນເດິຣ໌ສ (Bernie Sanders) ວຸດທິສະມາຊິກພັກເດໂມແຄຣັດ ໄດ້ໂພສຜ່ານແພລດຟອມ X ຮຽກຮ້ອງໃຫ້ມີມາດຕະການລະງັບການສ້າງສູນຂໍ້ມູນທົ່ວປະເທດ ໂດຍລະບຸວ່າ: ປະຊາຊົນອາເມຣິກັນ ບໍ່ຕ້ອງການໃຫ້ກຸ່ມທຶນເຕັກໂນໂລຊີຂະໜາດໃຫຍ່ທຳລາຍສິ່ງແວດລ້ອມ, ຫຼຸດຕຳແໜ່ງງານ ແລະ ຄຸກຄາມອະນາຄົດຂອງມະນຸດຊາດ.

ທີ່ມາ: BBC


ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່