
ເຫດສະຫຼົດໃຈ! ເຮລິຄອບເຕີຕົກລົງແມ່ນ້ຳ ຂະນະປະຕິບັດພາລະກິດດັບໄຟປ່າໃນອິນໂດເນເຊຍ ສົ່ງຜົນໃຫ້ລູກເຮືອເສຍຊີວິດ 1 ຄົນ

ເກີດເຫດເຮລິຄອບເຕີຕົກ ຂະນະພະຍາຍາມດັບໄຟປ່າໃນປະເທດອິນໂດເນເຊຍ ເປັນລຳທີ 2 ພາຍໃນອາທິດດຽວ ໂດຍເຫດການລ່າສຸດມີຜູ້ເສຍຊີວິດ 1 ຄົນ ສ່ວນນັກບິນ 2 ຄົນລອດຊີວິດ.

ເມື່ອວັນອາທິດ ທີ 8 ພະຈິກ 2026 ເຮລິຄອບເຕີດັບໄຟປ່າລຳໜຶ່ງໄດ້ຕົກລົງໃນແມ່ນ້ຳ ຂະນະກຳລັງຕັກນ້ຳຂຶ້ນມາ ເພື່ອນຳໄປຖິ້ມດັບໄຟປ່າໃນປະເທດອິນໂດເນເຊຍ ສົ່ງຜົນໃຫ້ລູກເຮືອເສຍຊີວິດ 1 ຄົນ ນັບເປັນເຫດເຮລິຄອບເຕີຕົກລຳທີ 2 ໃນຮອບບໍ່ເທົ່າໃດມື້ ທ່າມກາງວິກິດໄຟປ່າທີ່ຍັງຄົງຮຸນແຮງ.
ເຫດການລ່າສຸດເກີດຂຶ້ນທີ່ແມ່ນ້ຳບາຣິໂຕ (Barito) ໃນແຂວງກາລິມັນຕັນໃຕ້ ເທິງເກາະບອນຽວ ໂດຍເຮລິຄອບເຕີລຸ້ນ Eurocopter EC225LP Super Puma ໄດ້ລົງໄປຕັກນ້ຳຈາກແມ່ນ້ຳ ແຕ່ນ້ຳໜັກຂອງນ້ຳທີ່ເພີ່ມຂຶ້ນຄ່ອຍໆ ດຶງເຄື່ອງລົງ ຈົນເຮັດໃຫ້ເຮລິຄອບເຕີພຸ່ງຫົວລົງກະແທກຜິວນ້ຳຢ່າງຮຸນແຮງ.
ນັກບິນຊາວອົດສະຕຣາລີ 2 ຄົນ ລອດຊີວິດ ແລະປອດໄພ ຂະນະທີ່ທີມຄົ້ນຫາ ແລະກູ້ໄພ (SAR) ພ້ອມດ້ວຍນັກປະດານ້ຳ 4 ຄົນ ໄດ້ກູ້ຮ່າງຜູ້ເສຍຊີວິດຄົນສຸດທ້າຍຂຶ້ນຈາກແມ່ນ້ຳໄດ້ໃນເວລາ 18:08 ໂມງ ຂອງວັນອາທິດ ທີ 8 ພະຈິກ ຕາມເວລາທ້ອງຖິ່ນ.
ທັງນີ້ ເຮລິຄອບເຕີລຳທີ່ປະສົບເຫດ ເປັນຂອງບໍລິສັດເອກະຊົນ ທີ່ສຳນັກງານບັນເທົາສາທາລະນະໄພໄດ້ວ່າຈ້າງມາເພື່ອປະຕິບັດພາລະກິດດັບໄຟປ່າ.

ກ່ອນໜ້ານີ້ ເມື່ອວັນພຸດທີ່ຜ່ານມາ ກໍເກີດເຫດເຮລິຄອບເຕີຂອງກອງທັບ ພ້ອມຜູ້ໂດຍສານ 8 ຄົນ ຕົກຂະນະປະຕິບັດພາລະກິດດັບໄຟປ່າໃນອຸທິຍານແຫ່ງຊາດຕັນຈຸງ ປູຕິງ (Tanjung Puting) ເຊິ່ງເປັນຖິ່ນອາໄສຂອງລີງອຸຣັງອຸຕັງບອນຽວ. ເຮລິຄອບເຕີລຳດັ່ງກ່າວຕົກຂະນະກຳລັງຕັກນ້ຳຈາກແມ່ນ້ຳເຊັ່ນກັນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ.
ທັງນີ້ ອິນໂດເນເຊຍກຳລັງປະເຊີນກັບສະຖານະການໄຟປ່າຮຸນແຮງມາເປັນເວລາຫຼາຍເດືອນ ເຊິ່ງໄດ້ເຜົາທຳລາຍພື້ນທີ່ປ່າໄມ້ໃນເກາະສຸມາຕຣາ, ບອນຽວ ແລະປາປົວ ໄປແລ້ວຫຼາຍກວ່າ 1.9 ລ້ານເຮັກຕາ ສົ່ງຜົນໃຫ້ເກີດໝອກຄວັນພິດໜາແໜ້ນ ລອຍໄປປົກຄຸມປະເທດໃກ້ຄຽງ ເຊັ່ນ ມາເລເຊຍ, ຕີມໍ-ເລສເຕ ແລະສິງກະໂປ.
ທີ່ມາຂ່າວ: cna
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




