ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອີຣານ ວາງແຜນການ ຈະສ້າງທໍ່ສົ່ງ ນ້ຳມັນອາຍແກັສ 110 ຕື້ແມັດກ້ອນກັບ ລັດເຊຍ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 1 ນາທີ1 ຄັ້ງ
ອີຣານ ວາງແຜນການ ຈະສ້າງທໍ່ສົ່ງ ນ້ຳມັນອາຍແກັສ 110 ຕື້ແມັດກ້ອນກັບ ລັດເຊຍ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ວັນທີ 8 ພະຈິກ, ທ່ານ ຄາເຊມ ຈາລາລີ (Kazem Jalali), ເອກອັກຄະລັດຖະທູດອີຣານ ປະຈຳ ມົດສະກູ ​ໃຫ້​ຮູ້​ວ່າ:ອີຣານ ​ພວມມີແຜນການ ໄລຍະ ຍາວ ທີ່ຈະສ້າງທໍ່ສົ່ງ​ ນ້ຳ​ມັນອາຍແກັສຮ່ວມກັບລັດເຊຍ, ດ້ວຍຄາດ​ໝາຍ ສະມັດຕະພາບ ປະມານ  110 ຕື້ ແມັດກ້ອນ. ໂທລະພາບ​ແຫ່ງລັດ ອີຣານ, ທ່ານ ຄາເຊມ ຈາລາລີ ໃຫ້​ຮູ້ວ່າ: “ໄລຍະທຳ ອິດ, ຄາດວ່າ ຈະສຳເລັດ ໃນ​​ເວ​ລາ 2-3 ປີ,ຈະບັນ​ລຸ​​ ສະ​ມັດ​ຕະ​ພາບ 55 ຕື້ແມັດກ້ອນ”. ​ປະ​ຈຸ​ບັນ ການຮ່ວມມື ລະຫວ່າງ ອີຣານ ແລະ ລັດເຊຍໃນ​ຂົງ​ເຂດ ​ນ້ຳ​ມັນອາຍແກັສ​ ໄດ້ແບ່ງເປັນ ສອງໄລຍະຄື: ໄລຍະສັ້ນ ແລະ ໄລຍະຍາວ.ໃນໄລຍະສັ້ນ, ການນຳໃຊ້ທໍ່ສົ່ງ​ ນ້ຳ​ມັນອາຍແກັສ​ ໃນ​ປະ​ຈຸ​ບັນ​ ຮຽກ​ຮ້ອງ ​ຕ້ອງກໍ່ສ້າງຄືນໃໝ່ແລະ ຮ່ວມມືກັບ ອາແຊັກໄບ​ຊານ, ສິ່ງ​ດັ່ງ​ກ່າວ​ ຈະຕ້ອງໃຊ້ເວລາຫລາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່