
ພິທີສະເຫລີມສະຫລອງ 90 ປີ ແຫ່ງວັນມູນເຊື້ອ ກຳມະກອນ ເຂດບໍ່ແຮ່-ມູນເຊື້ອ ຂະແໜງຖ່ານຫີນ

ວິທະຍຸກະຈ່າຍສຽງຫວຽດນາມ, ເສີມຂະຫຍາຍມູນເຊື້ອ “ລະບຽບວິໄນ ແລະ ເປັນຈິດໜຶ່ງໃຈດຽວ”, ພ້ອມກັນ ເພື່ອຊອກຫາວິທີເຮັດທີ່ດີກວ່າ, ແກ້ໄຂບັນດາ ຄວາມຫຍຸ້ງຍາກ ໃນການຜະລິດ ແລະຊີວິດ ການເປັນຢູ່ ຂອງຜູ້ອອກແຮງງານຢ່າງທັນການ. ນັ້ນແມ່ນຄຳຮ້ອງຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ພິທີສະເຫລີມສະຫລອງ 90 ປີ ແຫ່ງວັນມູນເຊື້ອກຳມະກອນເຂດບໍ່ແຮ່-ມູນເຊື້ອ ຂະແໜງຖ່ານຫີນ (12 ພະຈິກ 1936 – 12 ພະຈິກ 2026) ແລະ ພິທີຮັບຫລຽນ ໄຊແຮງ ງານ ຊັ້ນສາມຂອງກຸ່ມບໍລິສັດ ອຸດສາຫະກຳຖ່ານຫີນ ແລະ ແຮ່ທາດ ຫວຽດນາມເຊິ່ງໄດ້ຈັດຂຶ້ນ ໃນວັນທີ 7 ພະຈິກ, ຢູ່ນະຄອນ ກວາງນິງ.ໃນໂອກາດນີ້ ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ກ່າວວ່າ:ທົ່ວຂະແໜງ ຕ້ອງຍົກສູງກຳລັງ ຄວາມສາມາດ ໃນການຄາດຄະເນ, ຈັດຕັ້ງການຜະລິດແລະ ສະໜອງຖ່ານຫີນ ໃຫ້ເປັນປົກກະຕິ, ໂດຍສະເພາະ ແມ່ນໃຫ້ແກ່ ການ ຜະລິດໄຟຟ້າ; ສົມທົບກັບການຂຸດຄົ້ນ ຢູ່ພາຍໃນປະເທດ ກັບການນຳເຂົ້າ ແລະສຳຮອງໄວ້ ຢ່າງສົມເຫດສົມຜົນ.ເປັນເຈົ້າການສ້າງແຜນການຮັບມືກັບ ການຜັນຜວນຂອງຕະຫລາດ, ລະບົບສະໜອງ, ໄພພິບັດທຳມະຊາດ ເພື່ອປະກອບສ່ວນ ເຂົ້າໃນການຮັບປະກັນການເຄື່ອນໄຫວ ພື້ນຖານເສດຖະກິດ ຢ່າງໝັ້ນຄົງ.ຂະແໜງຖ່ານຫີນ ຕ້ອງຮັບປະກັນການສະໜອງ ໃນປະຈຸບັນ, ພ້ອມກັນນັ້ນກໍ່ກະກຽມໃຫ້ແກ່ ວິວັດການຫັນປ່ຽນພະລັງງານໃນໄລຍະຍາວ.ພ້ອມທັງ ສະເໜີໃຫ້ ທົ່ວຂະແໜງ ຍູ້ແຮງການຫັນເປັນກົນຈັກ, ຫັນເປັນອັດຕະໂນມັດ, ຂຸດຄົ້ນ, ປຸງແຕ່ງ, ການຂົນສົ່ງ ແລະ ບໍລິຫານ; ຂຸດຄົ້ນຢ່າງ ມີຄວາມຮັບຜິດຊອບ, ຕິດພັນການພັດທະນາ ຂະແໜງຖ່ານຫີນກັບການປົກປັກຮັກສາ ສິ່ງແວດລ້ອມ ແລະອະນາຄົດຂອງແຂວງ ກວາງນິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




